ສູນຝຶກອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນວັນທີ 28 ພຶດສະພາ 2021, ເຂົ້າຮ່ວມໂດຍ ທ່ານ ດຣ ຄຳຈັນ ຄຳມະນີວົງ ຫົວໜ້າພະແນກປຸກລະດົມຂົນຂວາຍບໍລິຈາກເລືອດ ສູນບໍລິຈາກເລືອດແຫ່ງຊາດ ແລະ ພັທ ພາແກ້ວ ວິພົນຮຽນ ຫົວໜ້າສູນຝຶກອົບຮົມ ກົມໃຫຍ່ການເມືອງ ປກສ, ມີພະນັກງານແພດ-ໜໍ ຈາກສູນບໍລິຈາກເລືອດແຫ່ງຊາດ, ນັກຮຽນພາຍໃນສູນຝຶກອົບຮົມ ເຂົ້າຮ່ວມ.

ທ່ານ ດຣ ຄຳຈັນ ຄຳມະນີວົງ ກ່າວວ່າ:

ສຳລັບການບໍລິຈາກເລືອດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍຕໍ່ກັບຄົນເຈັບທີ່ກຳລັງຕ້ອງການເລືອດ ໂດຍສະເພາະຜູ້ທີ່ກຳລັງໄດ້ຮັບການປີ່ນປົວຢູ່ຕາມໂຮງໜໍຕ່າງໆ ທີ່ຕ້ອງໃສ່ເລືອດເປັນປະຈຳ ເປັນຕົ້ນແມ່ນ: ຟອກໝາກໄຂ່ຫຼັງ, ຂາດເລືອດມາແຕ່ກຳເນີດ, ຄົນເຈັບທີ່ຜ່າຕັດ, ຄົນເຈັບເກີດຈາກອຸບປະຕິເຫດ, ເກີດລູກ ແລະ ຄົນເຈັບອື່ນໆ ທີ່ກຳລັງຕ້ອງການເລືອດ. ສຳລັບຜູ້ທີ່ຈະບໍລິຈາກເລືອດໄດ້ ຕ້ອງມີນໍ້າໝັກ 45 ກິໂລກຼາມຂຶ້ນໄປ, ມີອາຍຸແຕ່ 17 ຫາ 60 ປີ ແລະ ມີສຸຂະພາບແຂງແຮງດີ ຈຶ່ງສາມາດບໍລິຈາກເລືອດໄດ້.

ພັທ ພາແກ້ວ ວິພົນຮຽນ ກ່າວວ່າ:

ສູນຝຶກອົບຮົມ ກົມໃຫຍ່ການເມືອງ ປກສ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີການປະກອບສ່ວນຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເພາະເລືອດເປັນປັດໄຈທີ່ສຳຄັນຕໍ່ກັບຄົນເຈັບທີ່ກຳລັງຕ້ອງການເລືອດ ໃນການປີ່ນປົວສຸຂະພາບ ຂອງແຕ່ລະທ່ານທີ່ກຳລັງນອນປີ່ນປົ່ວຢູ່ຕາມໂຮງໜໍຕ່າງໆ ແລະ ເລືອດກໍເປັນອີກສ່ວນໜຶ່ງທີ່ສຳຄັນຫຼາຍຕໍ່ກັບຮ່າງກາຍຂອງຄົນເຮົາ; ພ້ອມນັ້ນ, ທ່ານຍັງໄດ້ຝາກເຖິງຜູ້ທີ່ກຳລັງປີ່ນປົວຢູ່ໂຮງໜໍ ໃຫ້ມີສຸຂະພາບແຂງແຮງ ແລະ ຫາຍດີຈາກພະຍາດໂດຍໄວ.