ໃນວັນທີ 28 ພຶດສະພາ 2021, ທ່ານ ຊອມ ຕັນ ຟູ ຍູ ເຈົ້າຂອງຮ້ານເຂົ້າມັນໄກ່ ສິງກະໂປ ໄດ້ມອບໄຂ່ ຈຳນວນ 100 ແຕະ ມູນຄ່າ 2.500.000 ກີບ ໃຫ້ໂຮງຮຽນວັດທະນະທໍາ ຫຼັກ 67 ກົມໃຫຍ່ການເມືອງ ກະຊວງ ປກສ, ເຊິ່ງຕາງໜ້າຮັບໂດຍ ພັທ ທະວີພອນ ຮັກຫໍ່ລາດ ຫົວໜ້າອຳນວຍການ ໂຮງຮຽນວັດທະນະທຳຫຼັກ 67, ໂດຍການເຂົ້າຮ່ວມໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະພັກ, ຄະນະອຳນວຍການ ແລະ ຄູ-ອາຈານ ເຂົ້າຮ່ວມ.

ການມອບເຄື່ອງຄັ້ງນີ້ ກໍເພື່ອເປັນການປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ໃຫ້ກໍາລັງໃຈ ຄະນະພັກ, ຄະນະອຳນວຍການ ກໍຄື ນ້ອງນັກຮຽນໂຮງຮຽນວັດທະນະທໍາ ຫຼັກ 67 ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າອຳນວຍການ ໂຮງຮຽນວັດທະນະທຳ ຫຼັກ 67 ໄດ້ມອບໃບກຽດຕິຄຸນ ພ້ອມທັງສະແດງຄວາມຂອບໃຈຕໍ່ຮ້ານເຂົ້າມັນໄກ ສິງກະໂປ ທີ່ມີຄວາມເປັນຫ່ວງເປັນໃຍ ແລະ ນໍາເອົາເຄື່ອງມາຊຸກຍູ້, ເຊິ່ງເຄື່ອງທີ່ໄດ້ຮັບ ແມ່ນຈະນຳໄປແຈກຢາຍໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ພາຍໃນໂຮງຮຽນ.