ກົມໃຫຍ່ການເມືອງ ປກສ ຈັດພິທີປູກຕົ້ນໄມ້

0
1830

ໃນວັນທີ 28 ພຶດສະພາ 2021, ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ( ວັນທີ 1 ມີຖຸນາ ) ຢູ່ໂຮງຮຽນວັດທະນະທຳ ຫຼັກ 67, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາຄະນະພັກກະຊວງ, ກົມໃຫຍ່, ຄະນະອຳນວຍການໂຮງຮຽນ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ກະຊວງ ປກສ ກ່າວວ່າ: ພິທີປູກຕົ້ນໄມ້ຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງພັກຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໃກ້ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ຄວາມໝາຍ-ຄວາມສຳຄັນຂອງວັນດັ່ງກ່າວ, ທັງເປັນການຟື້ນຟູຊັບພະຍາກອນປ່າໄມ້ ໃຫ້ຂຽວສົດງົດງາມ, ຮັກສາສິ່ງແວດລ້ອມ, ລະບົບນິເວດວິທະຍາ ໃຫ້ມີຄວາມສົມດຸນ ແລະ ຍືນຍົງຕະຫຼອດໄປ.

ພ້ອມນັ້ນ, ກໍຍັງເປັນທ່າແຮງສ້າງລາຍຮັບເຂົ້າໃນການພັດທະນາກົມກອງ ບົນຈິດໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມທິດນະໂຍບາຍຂອງພັກ-ລັດວາງອອກ.

ສຳລັບຕົ້ນໄມ້ທີ່ນຳມາປູກ ແມ່ນປະເພດໄມ້ວິກ ຈໍານວນ 34.000 ຕົ້ນ, ປູກໃນເນື້ອທີ່ 25 ເຮັກຕາ,  ເຊິ່ງແມ່ນບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ເປັນຜູ້ສະໜອງໃຫ້; ພາຍຫຼັງປູກສຳເລັດແລ້ວ ແມ່ນໄດ້ມອບໃຫ້ ໂຮງຮຽນວັດທະນະທຳ ຫຼັກ 67 ເປັນຜູ້ເບິ່ງແຍງ ບົວລະບັດຮັກສາຕໍ່ໄປ.