ໃນວັນທີ 27 ພຶດສະພາ 2021, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຮັບການຊ່ວຍເຫຼືອເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຢູ່ທີ່ດ່ານສາກົນເກົາແຈວ ສສ ຫວຽດນາມ, ຕາງໜ້າກ່າວມອບໂດຍ ສະຫາຍ ພັອ ວູດິງຮືງ ຮອງຫົວໜ້າກົມພະລາທິການ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ກ່າວຮັບໂດຍ ພັອ ບຸນເຈີ ຄຳມະວົງ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ.

ເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ ປະກອບມີ:

  • ຜ້າປິດປາກ ຈໍານວນ 50.000 ແຜ່ນ
  • ເຈວລ້າງມື 1.000 ກ່ອງ
  • ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ

ການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແມ່ນການຊ່ວຍເຫຼືອລ້າຢ່າງຈິງໃຈ, ຈຸດປະສົງກໍ່ເພື່ອແນໃສ່ຮ່ວມແຮງຮ່ວມໃຈໃນການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແຜ່ລະບາດຂອງພະຍາດໂຄວິດ-19.

ພັອ ບຸນເຈີ ຄຳມະວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ຄວາມສາມັກຄີອັນສະໜິດແໜ້ນແບບພິເສດ ລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການທະຫານ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອຕະຫຼອດມາ.

ທັງນີ້, ເຄື່ອງຈຳນວນດັ່ງກ່າວນີ້ ແມ່ນຈະໄດ້ ນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງ ແລະ ເປັນປະໂຫຍດສູງສຸດ ເຊິ່ງຈະນຳໃຊ້ເຂົ້າໃນວຽກງານການຕ້ານ-ສະກັດກັ້ນ ແລະ ຄວບຄຸບການແພ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັບປະກັນ 100%.