ໂດຍປະຕິບັດຕາມຄຳຕັດສິນຂອງ ສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຫົວພັນ ເລກທີ 002/ປຕກ ລົງວັນທີ 27 ພຶດສະພາ 2021 ວ່າດ້ວຍ ການປ່ອຍຕົວນັກໂທດກ່ອນກໍານົດ ຜູ້ທີ່ມີມາດຖານເງື່ອນໄຂ ຈຳນວນ 20 ຄົນ, ໃນຕອນເຊົ້າວັນທີ 27 ພຶດສະພາ 2021 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງວັງລົມ ກອງບັນຊາການ ປກສ ແຂວງຫົວພັນ.

ໃນນີ້, ນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວກ່ອນກໍານົດໃນຄັ້ງນີ້ ແມ່ນໄດ້ຜ່ານການປະຕິບັດໂທດຕາມກົດໝາຍມາແລ້ວ 2 ສ່ວນ 3 ເຊິ່ງເຫັນວ່າ: ພວກກ່ຽວມີຄວາມຄິດກິນແໜງແຄງໃຈຕໍ່ການກະທຳຜິດດັ່ງກ່າວ, ມີຄວາມຫ້າວຫັນໃນການອອກແຮງງານ, ແລະ ເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ ໄດ້ຢ່າງເຂັ້ມງວດ; ສະນັ້ນ, ຈຶ່ງໄດ້ຮັບການປ່ອຍຕົວ ຕາມແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ.

ໃນຈຳນວນນັກໂທດທີ່ໄດ້ຮັບການປ່ອຍຕົວ ມີນັກໂທດຄະດີຄ້າ-ຂາຍ ແລະ ມີຢາເສບຕິດໄວ້ໃນຄອບຄອງ 6 ຄົນ, ຄະດີລັກຊັບ 6 ຄົນ, ຄະດີຄາດຕະກຳ 3 ຄົນ, ຄະດີທຳຮ້າຍຮ່າງກາຍ 1 ຄົນ, ຄະດີທຳຊຳເລົາ 2 ຄົນ, ຄະດີລະເມີດກົດລະບຽບຈະລາຈອນພາໃຫ້ເກີດອຸປະຕິເຫດ 1 ຄົນ ແລະ ຍັກຍອກຊັບພົນລະເມືອງ 1 ຄົນ.

ໃນໂອກາດດັ່ງກ່າວ, ຄະນະສານປະຊາຊົນຂັ້ນຕົ້ນ ແຂວງຫົວພັນ ຍັງໄດ້ແນະນຳຕໍ່ບັນດານັກໂທດທີ່ໄດ້ຮັບການປ່ອຍຕົວໃນຄັ້ງນີ້ວ່າ: ເມື່ອພົ້ນໂທດອອກໄປຢູ່ນໍາຄອບຄົວ ແລະ ສັງຄົມແລ້ວ ຈົ່ງພ້ອມກັນເອົົາໃຈໃສ່ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ປະກອບອາຊີບທຳມາຫາກິນ ຢ່າງຊື່ສັດສຸດຈະລິດ, ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ເພື່ອສ້າງສາພັດທະນາຕົນເອງ ແລະ ຄອບຄົວ.