ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໃນວັນທີ 14 ກໍລະກົດ 2021; ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ, ມີບັນດາຄະນະພັກ-ຄະນະກົມ, ຄະນະພະແນກ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບຊັ້ນ ເຂົ້າຮ່ວມ.

ພັອ ສີທອນ ພິມສີວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານຂໍ້ຕົກຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 1077, 1076 ແລະ 1075/ປກສ ລົງວັນທີ 5 ກໍລະກົດ 2021 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມໃຫຍ່ພະລາທິການ ເຊິ່ງມີລາຍລະອຽດດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 5 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 4 ສະຫາຍ

ໂອກາດນີ້, ພົຈວ ທອງສຸກ ຍ່າເອີລາວລີ ໄດ້ໂອ້ລົມຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງເພີ່ມທະວີເຮັດໜ້າວຽກງານການເມືອງ-ແນວຄິດ ໃຫ້ມີຄວາມຈົງຮັກພັກດີ, ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້-ຄວາມສາມາດ, ວິຊາສະເພາະ, ປັບປຸງ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເປັນແບບຢ່າງນໍາໜ້າກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນຕໍ່ໜ້າ.