ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມນັ້ນກໍມີບັນດາຄະນະພັກ-ຄະນະອໍານວຍການ, ຫົວໜ້າຫ້ອງ, ສູນ, ຄະນະວິຊາ, ຫົວໜ້າກອງຮ້ອຍ ແລະ ນາຍຕໍາຫຼວດທີ່ໄດ້ຮັບຕົກລົງແຕ່ງຕັ້ງ ເຂົ້າຮ່ວມ.

ໃນພິທີ, ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງ ປກສ ເລກທີ 1046/ປກສ ລົງວັນທີ 2 ກໍລະກົດ 2021 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ວຕປ, ໃນນີ້ ລັດຖະມົນຕີກະຊວງ ປກສ ໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

  • ພັອ ປອ ໂອໄດ ທິລັນດາ ແລະ ພັອ ປອ ຈິດວິໄຊ ແກ້ວມະນີວົງ ເປັນ ຮອງຫົວໜ້າອໍານວຍການ ວຕປ

ສ່ວນຫົວໜ້າ ແລະ ຮອງອໍານວຍການທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ຫຼັງຈາກນັ້ນ, ພົຕ ວັນທອງ ກອງມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ ຕ້ອງຕັ້ງໜ້າເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ກົດໝາຍຂອງລັດ ແລະ ລະບົບນິຕິກໍາຕ່າງໆທີ່ພົວພັນເຖິງ ການເຄື່ອນໄຫວວິຊາສະເພາະກໍາລັງ ປກສ ກໍຄື ກໍາແໜ້ນສະພາບຈຸດພິເສດທາງດ້ານແນວຄິດ, ຈິດຕະສາດຂອງພະນັກງານ-ນັກຮົບ, ນັກຮຽນນັກສຶກສາເພື່ອວາງວິທີການ ແລະ ມາດຕະການຕ່າງໆ ເຂົ້າຂະບວນການສຶກສາອົບຮົມການເມືອງ-ແນວຄິດ ຕໍ່ຖັນແຖວພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໃຫ້ມີດ້ານຕັ້ງໜ້າ ເຂົ້າໃນພາລະກິດການເຄື່ອນໄຫວ ເຊິ່ງເປັນເປົ້າໝາຍຫຼັກຂອງສະຖາບັນແຫ່ງນີ້.