ສະພາແຫ່ງຊາດ ( ສພຊ ) ໄດ້ຈັດພິທີເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນ ກາງພັກ ຄັ້ງທີ 2 ສະໄໝທີ XI ແລະ ກອງປະຊຸມຄົບຄະນະ ສະໄໝວິສາມັນຂອງຄະນະບໍ ລິຫານງານສູນກາງພັກ ສະໄໝທີ XI ໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຮາກ ຖານພັກຂອງອົງຄະນະພັກ ສພຊ ໃນວັນທີ 27 ກໍລະກົດ 2021 ໂດຍການເປັນປະທານຂອງ ສະຫາຍ ປອ ໄຊສົມພອນ ພົມວິຫານ ກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ສພຊ

ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ສພຊ ທັງເປັນຮອງປະທານ ສພຊ ໄດ້ຕາງໃຫ້ຄະນະບໍລິຫານງານພັກ ສພຊ ເຜີຍແຜ່ 2 ມະຕິກອງດັ່ງກ່າວ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ການຈັດຕັ້ງເຊື່ອມຊຶມມະຕິຂອງພັກໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງພາຍໃນ ສພຊ ມີຄວາມຮັບຮູ້ ແລະ ເຂົ້າ ໃຈ, ກຳໄດ້ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI ເພື່ອຫັນມາເປັນແຜນ ວຽກລະອຽດ ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄປຕາມແນວທາງນະໂຍບາຍຂອງພັກ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ແລະ ເພື່ອຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄົບຄະນະສະໄໝ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ປາກົດຜົນເປັນຈິງ.

ກອງປະຊຸມຍັງໄດ້ມີການຊີ້ແຈງໃຫ້ພະນັກງານຫຼັກ ແຫຼ່ງຂອງ ສພຊ ຜູ້ທີ່ເຂົ້າຮ່ວມເຫັນໄດ້ຄວາມສໍາຄັນຈໍາເປັນຂອງການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ຢາເສບຕິດ ເຊິ່ງແມ່ນເນື້ອໃນຕົ້ນຕໍຂອງກອງປະຊຸມຄະນະບໍລິຫານງານສູນກາງພັກຄັ້ງວິສາມັນ ເຊິ່ງປັດຈຸບັນຄະນະປະຈຳສະພາແຫ່ງ ຊາດ ພວມສົບທົບກັບພາກສ່ວນກ່ຽວຂ້ອງຂອງລັດຖະບານ ເພື່ອກະກຽມກອງປະຊຸມສະໄໝ ວິສາມັນຂອງ ສພຊ ຊຸດທີ IX ເພື່ອພິຈາລະນາ ແລະ ຮັບຮອງເອົາວາລະແຫງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມກົດໝາຍ ແລະ ຄົ້ນຄວ້າປັບປຸງ, ສ້າງກົດໝາຍທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດດັ່ງກ່າວ ຫຼັງຈາກຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານສຳຄັນດັ່ງກ່າວແລ້ວ, ບັນດາສະຫາຍທີ່ ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນຕໍສອງມະຕິດັ່ງກ່າວ ຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ ເຮັດໃຫ້ກອງປະຊຸມມີບັນຍາ ກາດຟົດຟື້ນສົມຄວນ.

ໂອກາດດັ່ງກ່າວ, ສະຫາຍ ປອໄຊສົມພອນ ພົມວິຫານ ຍັງໄດ້ມີການສະຫລຸບ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໂດຍເນັ້ນ ໃຫ້ເຫັນຄວາມສຳຄັນຂອງກອງປະຊຸມຄົບຄະນະຄັ້ງທີ 2 ແລະ ກອງປະຊຸມຄົບຄະນະສະໄໝວິສາມັນຂອງສູນກາງພັກ, ພ້ອມທັງໄດ້ຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງຂອງ ສພຊ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ຂ່າວ: ສົມສະໄຫວ