ກອງພັນ 135 ປະກາດໜ່ວຍພັກຮາກຖານ ຂຶ້ນເປັນຄະນະພັກຮາກຖານ

0
664

ວັນທີ 17 ສິງຫາ 2021, ພິທີປະກາດຍົກໜ່ວຍພັກຮາກຖານ ຂຶ້ນເປັນຄະນະພັກຮາກຖານ ກອງພັນ 135 ກອງບັນຊາການປ້ອງກັນເຄື່ອນ ທີ່ ກະຊວງ ປກສ,ໂດຍການເປັນປະທານຂອງ ພັທ ອະໄພວັນ ເພັງໄຊປັນຍາ ເລຂາຄະນະພັກຮາກຖານ ຫົວໜ້າກອງພັນ 135, ມີ ພັອ ທອງພັດ ແສນສຸວັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພ້ອມດ້ວຍ ຄະນະພັກຮາກຖານ ແລະ ສະມາຊິກພັກເຂົ້າ ຮ່ວມ.

ພັທ ສົມດີ ສຸກສະຫວັນ ຮອງເລຂາໜ່ວຍພັກຫ້ອງການເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການອະນຸມັດໜ່ວຍພັກຮາກຖານ ກອງພັນ 135 ເປັນຄະນະພັກຮາກຖານ ກອງພັນ135, ພ້ອມທັງແຕ່ງ ຕັ້ງ ພັທ ອະໄພວັນ ເພັງໄຊປັນຍາ ເປັນເລຂາ, ພັທ ພັນທະລີ ຈັນຄໍາເປັນຮອງ, ພັຕ ທິບພະກອນ ສີຫາຈັກ ເປັນປະທານກວດກາພັກ, ພັຕ ສຸລັດຖາ ສ້ວຍພະໄທ ແລະ ພັຕ ສາຍສະຫວັນ ຢາຊົ້ງກົວ ເປັນຄະນະ.

ພັທ ອະໄພວັນ ເພັງໄຊປັນຍາ ກ່າວວ່າ: ຄະນະພັກຮາກຖານກອງພັນ 135 ປະກອບ ມີ 4 ໜ່ວຍພັກທີ່ຂຶ້ນກັບ,ມີສະມາຊິກພັກທັງໝົດ 79 ສະຫາຍ ຍິງ 3 ສະຫາຍ, ສໍາຮອງ 8 ສະຫາຍ. ໃນໄລຍະຜ່ານມາ,ຄະນະພັກຮາກຖານ ກອງພັນ 135 ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາຂະຫຍາຍສະມາຊິກພັກ ໂດຍຖືເອົາຄຸນນະພາບເປັນກົກ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກົມກອງ, ຊຸກຍູ້ໃຫ້ເປົ້າໝາຍຂະ ຫຍາຍເຂົ້າພັກ ແຕ່ລະສະຫາຍໄດ້ມີໂອກາດສະແດງຄວາມຮູ້ຄວາມສາມາດທາງດ້ານຕ່າງໆ ທັງເປັນການຝຶກຝົນຫຼໍ່ຫຼອມຕົນເອງໃນວຽກງານຕົວຈິງ ເພື່ອສ້າງຜົນງານຄັດຈ້ອນເອົາຜູ້ທີ່ພົ້ນເດັ່ນເຂົ້າໃນອົງການຈັດຕັ້ງພັກ, ເດັດຂາດບໍ່ໃຫ້ມີສະມາຊິກພັກເສຍທາດຂາດຄຸນເຂົ້າໃນອົງ ການ ຈັດຕັ້ງພັກ. ເຊິ່ງຜ່ານມາ ສາມາດສະເໜີ ມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜຸນພັກ ແລະ ລະບຽບພັກ ຈຳນວນ 160 ສະຫາຍ, ຂະ ຫຍາຍເຂົ້າເປັນສະມາຊິກພັກສຳຮອງ, ສົມບູນ ໄດ້ທັງໝົດ 72 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ນຳພາປັບປຸງກົມກອງ, ສ້າງກົມກອງເຂັ້ມແຂງ ໜ່ວຍພັກຜູ້ນໍາພາຮອບດ້ານໃຫ້ໄດ້ໃນແຕ່ລະປີ. ເປັນເຈົ້າ ການເອົາໃຈໃສ່ຊີ້ນຳ-ນຳພາ ສັບຊ້ອນບຸກຄະລາກອນ ເຂົ້າໃນອົງການຈັດຕັ້ງພັກ-ລັດ ຢ່າງຖືກຕ້ອງ ແລະ ສອດຄ່ອງເໝາະສົມກັບສະພາບຄວາມເປັນຈິງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານວິຊາສະເພາະກົມກອງໃນປັດຈຸບັນ ສະເພາະໜ້າ ແລະ ຍາວນານ, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າປະຕິບັດນະໂຍບາຍຍ້ອງຍໍເລື່ອນຊັ້ນ, ໄປຍົກລະດັບການສຶກສາຕໍ່ ຜູ້ທີ່ມີຜົນງານຢ່າງທົ່ວເຖິງ. ນອກນັ້ນ, ກໍສືບຕໍ່ຄົ້ນຄວ້າລາພັກປະຈຳປີ ຕໍ່ຜູ້ທີ່ມີຄວາມຈໍາເປັນຕ້ອງໄດ້ໄປແກ້ໄຂວຽກຄອບຄົວ ແລະ ແກ້ໄຂເງິນສະຫັວດດີການສັງຄົມ ຮ່ວງກອງພັນຕໍ່ພະນັກງານ-ນັກຮົບ ແລະ ຄອບຄົວ ທີ່ເຈັບເປັນ ແລະ ເສຍຊີວິດຢ່າງທົ່ວເຖິງ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ