ເຈົ້າໜ້າທີ່ຕໍາຫຼວດ ຄຸມເຂັ້ມຕັ້ງດ່ານກວດກາ ຫ້າມບຸກຄົນບໍ່ມີວຽກຈຳເປັນເດີນທາງໄປ-ມາ

0
698

ເພື່ອເປັນການເພີ່ມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 19- 30 ກັນຍານີ້, ເຈົ້າໜ້າທີ່ຕໍາຫຼວດ ປກສ ນວ ສົມທົບກັບ ພະແນກຕໍາຫຼວດຈະລາຈອນ ປກສ ເມືອງ, ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕັ້ງດ່ານຈຸດກວດກາ ເພື່ອສະກັດກັ້ນ ແລະ ຫ້າມບໍ່ໃຫ້ບຸກຄົນທີ່ບໍ່ກ່ຽວຂ້ອງເຄື່ອນໄຫວອອກຈາກບ້ານ ຫຼື ທີ່ພັກອາໄສໂດຍບໍ່ໄດ້ຮັບອະນຸຍາດ.

ໃນວັນທີ 21 ກັນຍາ 2021, ນັກຂ່າວໜັງສືພິມຄວາມສະຫງົບ ໄດ້ເຄື່ອນໄຫວສໍາພາດບັນດາຈຸດຕັ້ງດ່ານກວດກາ ເປັນຕົ້ນແມ່ນ:

  • ຈຸດກວດກາໜ້າສະໜາມບິນວັດໄຕ
  • ຈຸດກວດກາສາມແຍກໜອງແຕ່ງ ແລະ ສີ່ແຍກໜອງບຶກ (ເມືອງສີໂຄດຕະບອງ)
  • ວົງວຽນຈີນາຍໂມ້ (ເມືອງສີສັດຕະນາກ)

ໃນນັ້ນ, ເຈົ້າໜ້າທີ່ກໍາລັງວິຊາສະເພາະ ປກສ ນວ, ພະແນກຕໍາຫຼວດຈະລາຈອນເມືອງ, ປກສ ກຸ່ມບ້ານ ແລະ ກອງຫຼອນບ້ານ ໄດ້ພ້ອມກັນເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງເລກທີ 016/ຈນວ ກໍຄື ບັນດາຂໍ້ຫ້າມຕ່າງໆເພື່ອກວດກາ-ຕິດຕາມ ແລະ ກັ່ນກອງບຸກຄົນ-ນິຕິບຸກຄົນເຂົ້າອອກ-ເມືອງ ຫຼື ເດີນທາງໄປ-ມາລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ໃນຂອບເຂດນະຄອນຫຼວງວຽງຈັນ ທີ່ບໍ່ໄດ້ຮັບອະນຸຍາດອອກເຄື່ອນໄຫວ ແລະ ຫ້າມບໍ່ໃຫ້ພໍ່-ແມ່ປະຊາຊົນທີ່ບໍ່ກ່ຽວຂ້ອງອອກຈາກເຮືອນຢ່າງເດັດຂາດ ດ້ວຍການຕັ້ງດ່ານກວດກາ, ປິດຮ່ອມ-ຊອຍທີ່ເປັນບ້ານເຂດແດງ ພ້ອມທັງໄດ້ມີການໂຄສະນາເຜີຍແຜ່ທາງໂທລະໂຄ່ງຂອງແຕ່ລະບ້ານ.

+ ເຊິ່ງຜ່ານການຈັດຕັ້ງປະຕິບັດ ແລະ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ນັບແຕ່ວັນທີ 19 ກັນຍາ ເຫັນວ່າ:

ປະຊາຊົນຈໍານວນຫຼາຍຍັງຖືເບົາ, ບໍ່ຕື່ນຕົວ ແລະ ການສັນຈອນໄປ-ມາຕາມທ້ອງຖະໜົນ ຍັງມີຄວາມແອອັດຫຼາຍສົມຄວນ ເນື່ອງຈາກວ່າບຸກຄົນດັ່ງກ່າວ ຂາດຄວາມເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດ ມາດຕະການປ້ອງກັນການແພ່ລະບາດພະຍາດໂຄວິດ-19 ແລະ ຈໍານວນໜຶ່ງຍັງມີການຕໍ່ວ່າ-ບໍ່ພໍໃຈຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່.

ສະນັ້ນ, ຮຽກຮ້ອງມາຍັງບຸກຄົນ-ນິຕິບຸກຄົນ ແລະ ພໍ່-ແມ່ປະຊາຊົນ ກໍຄື ຊາວນະຄອນຫຼວງວຽງຈັນ ໃຫ້ພ້ອມກັນເອົາໃຈໃສ່ໃນການສະກັດກັ້ນ ແລະ ຄວບຄຸມບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແພ່ລະບາດອອກສູ່ວົງກວ້າງ ແລະ ຮຽກຮ້ອງໃຫ້ທຸກຄົນຢູ່ເຮືອນ, ຫ້າມອອກຢາກບ້ານໂດຍບໍ່ຈໍາເປັນ.

ທັງນີ້, ກໍເພື່ອເປັນການຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ທຸກພາກສ່ວນ ປະຕິບັດວຽກງານໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.