ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມເປີດງານແຂ່ງຂັນກິລາອ້ອມຂ້າງກະຊວງ ປກສ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018), ໃນອາທິດຜ່ານມາ, ທີ່ກົມກິລາ ປກສ ໂດຍການເປັນປະທານຂອງ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຫົວໜ້າຄະນະຮັບຜິດຊອບຈັດການແຂ່ງຂັນກິລາອອ້ມຂ້າງ ກະຊວງ ປກສ ມີບັນດາຄະນະນຳ ແລະ ວິຊາການຈາກ 19 ກົມກອງເຂົ້າຮ່ວມ.

ພັອ ແສນອາໄລ ບົວອາພອນ ຫົວໜ້າກົມກິລາ ປກສ ກ່າວວ່າ: ການກະກຽມສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບ ມີສຸຂະພາບເຂັ້ມແຂງ, ມີຄວາມເສຍສະຫຼະ, ອົດທົນ ແລະ ມີນ້ຳໃຈນັກກິລາ ກຽມພ້ອມປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອບັນລຸເປົ້າໝາຍທີ່ກຳນົດໄວ້, ພ້ອມທັງພັດທະນາວຽກງານກິລາ-ກາຍຍະກຳໃນກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນທີ່ເຂັ້ມງວດ, ມີເຕັກນິກຄວາມສາມາດທາງດ້ານວິຊາສະເພາະ, ສ້າງທຸກເງື່ອນໄຂ ເພື່ອເຂົ້າຮ່ວມງານແຂ່ງຂັນກິລາລະດັບຊາດ ແລະ ລະດັບສາກົນ.

ການແຂ່ງຂັນປະກອບມີ 9 ປະເພດກິລາຄື: ກິລາບານເຕະ ມີ 3 ລາຍການ (ລະດັບການນຳ, ອາວຸໂສ ແລະ ຊາວໜຸ່ມ), ກິລາບານສົ່ງ ມີ 2 ລາຍການ (ບານສົ່ງຍິງ-ຊາຍ), ກິລາກະຕໍ້ທີມດ່ຽວຊາຍທົ່ວໄປ, ກິລາເປຕັງມີ 4 ລາຍການ (ຄູ່ຍິງ, ຄູ່ຊາຍ, ທີມຍິງ ແລະ ທີມຊາຍ), ກິລາຍິງປືນມີ 4 ລາຍການ (ການນຳຂັ້ນສູນກາງ, ການນໍາຂັ້ນ ກະຊວງ, ທີມຍິງ ແລະ ທີມຊາຍ), ກິລາມວຍເທຄວັນໂດ ມີ 2 ລາຍການ (ຍິງ-ຊາຍ), ກິລາວິຊາສະເພາະນຸ່ງເຄື່ອນແບບໄວ ແລະ ມ້າງປະກອບປືນອາກ້າ ມີ 2 ລາຍການ (ຍິງ-ຊາຍ), ກິລາດຶງເຊືອກ ປະເພດທີມປະສົມຍິງ-ຊາຍ (ຍິງ 4-ຊາຍ 6) ແລະ ກິລາແລ່ນ 100 ແມັດ ມີ 2 ລາຍການ (ຍິງ-ຊາຍ); ໂດຍຈະເລີ່ມແຂ່ງຂັນໃນວັນທີ 23 ມີນາ 2018 ແລະ ປິດລົງໃນວັນ ທີ 30 ມີນາ 2018.

ພົຈວ ອຸ່ນຫຼ້າ ວົງພະຈັນ ກ່າວວ່າ: ການກຽມສ້າງຂະບວນການແຂ່ງຂັນກິລາອ້ອມຂ້າງກະຊວງ ປກສ ໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ ທີ່ໃກ້ຈະມາເຖິງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ເປັນຂະບວນກວ້າງຂວາງ, ທັງເປັນການຜູກແໜ້ນຄວາມສາມັກຄີ ລະຫວ່າງບັນດາກົມກອງອ້ອມຂ້າງກະຊວງ ປກສ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ແລະ ເປັນການຄັດເລືອກນັກກິລາປະເພດຕ່າງໆທີ່ມີຄວາມສາມາດ, ມີພອນສະຫວັນດີເດັ່ນ, ເພື່ອເຂົ້າຮ່ວມການແຂ່ງຂັນກິລາລະດັບຂັ້ນຕ່າງໆນໍາກະຊວງສຶກສາທິການ ແລະ ກິລາ ກໍຄືສະຫະພັນກິລາແຫ່ງຊາດຈັດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງເປັນການກະກຽມຊອກຕົວນັກກິລາໃຫ້ທີມສະໂມສອນ ກະຊວງ ປກສ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນປີ 2018.