ທ່ານ ນາງ ຄໍາຟອງ ພູມວົງໄຊ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສະມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ I ໃຫ້ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາທົ່ວວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ ໃນວັນທີ 16 ມີນານີ້.

ທ່ານ ນາງ ຄໍາຟອງ ພູມວົງໄຊ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ເປັນເວລາ 25 ວັນເຕັມ ໃນລະຫວ່າງ ວັນທີ 16 ຕຸລາ-17 ພະຈິກ 2018 ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ໄດ້ບັນລຸຄາດໝາຍທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ປີ 2017 ໄດ້ຮັບຜົນສໍາເລັດຫຼາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບບົນພື້ນຖານ, ເສດຖະກິດ-ສັງຄົມສືບຕໍ່ມີການຂະຫຍາຍຕົວ, ການບໍລິຫານລັດຕາມກົດໝາຍໃນຫຼາຍຂົງເຂດ ແລະ ຂະແໜງການໄດ້ຮັບການປັບປຸງດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ ແລະ ຮັບຮອງເອົາບົດລາຍງານກ່ຽວກັບວຽກງານຕ່າງໆ.

ທ່ານ ຄໍາເຜີຍ ວົງສາຄຳຜຸຍ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດ ເລືອກຕັ້ງທີ 1 ທັງເປັນສະພາປະຊາຊົນ ນວ ໃຫ້ຮູ້ວ່າ: ກອງປະຊຸມສະພາປະຊາຊົນ ນວ ຊຸດ I ໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈໍາປີ 2017 ແລະ ແຜນການ ປີ 2018 ຂອງ ນວ; ແຜນວຽກຈຸດສຸມຂອງປີທ່ອງທ່ຽວປີ 2018 ຂອງ ນວ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງປີ 2018 ຂອງສານປະຊາຊົນ, ຂອງອົງການໄອຍະການ ແລະ ວຽກງານ ປກຊ-ປກສ ນວ ແລະ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ທິດທາງ ປີ 2018 ຂອງສະພາປະຊາຊົນ ນວ.

ໃນໂອກາດນີ້, ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ ໄດ້ລາຍງານຫຍໍ້ກ່ຽວກັບ ວປສ ແຫ່ງຊາດ ວ່າ: ວປສ ແຫ່ງຊາດ ແມ່ນໜຶ່ງໃນ 2 ສະຖາບັນການສຶກສາຊັ້ນສູງຂອງ ກະຊວງ ປກສ ຕິດພັນໂດຍກົງກັບວຽກງານກໍ່ສ້າງຊັບພະຍາກອນມະນຸດ ເວົ້າສະເພາະກໍແມ່ນກໍາລັງ ປກສ ໃນວຽກງານສັນຕິບານໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ; ເຊິ່ງໄດ້ຮັບການສ້າງຕັ້ງມາເປັນເວລາ 22 ປີ ຄະນະພັກ-ຄະນະອໍານວຍການຕັ້ງໜ້າປັບປຸງຄຸນນະພາບການຮຽນ-ການສອນໃຫ້ດີຂຶ້ນເທື່ອລະກ້າວ.