ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເງິນນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ ປະຈໍາປີ 2018 ຈໍານວນ 28 ທ່ານ ຍິງ 9 ທ່ານ ເປັນເງິນ 397.226.250 ກີບ, ໃນວັນທີ 14 ມີນາ 2018 ໃຫ້ກຽດເຂົ້າຮ່ວມ ແລະ ມອບເງິນອູດໜູນໂດຍ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສົກປີ 2016-2017 ທາງພະແນກແຮງງານ ແລະ ສະຫວັດດີການ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາ ແລະ ອະນຸມັດແຜນງົບປະມານຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ປະຕິບັດນະໂຍບາຍຕາມດໍາລັດ 272/ລບ ຄື: ນະໂຍບາຍອຸດໜູນເງິນນາມມະຍົດນັກຮົບແຂ່ງຂັນ 1 ທ່ານ ເປັນເງິນ 10.000.000 ກີບ, ນະໂຍບາຍອູດໜູນເສຍສະຫຼະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ 49 ທ່ານ ເປັນເງິນ 1.059.672.000 ກີບ, ນະໂຍບາຍໂກຕ້າລົດ 7 ທ່ານ ຍິງ 1 ທ່ານ ເປັນເງິນ 509.414.400 ກີບ, ນະໂບາຍອຸດໜູນເທື່ອດຽວຜູ້ທີ່ຍັງມີຊີວິດຢູ່ 21 ທ່ານ ຍິງ 9 ທ່ານ ເປັນເງິນ 287.565.675 ກີບ, ນະໂຍບາຍກູ້ຢືມສົມທົບປຸກສ້າງ ແລະ ສ້ອມແປງເຮືອນຢູ່ 12 ທ່ານ ຍິງ 3 ທ່ານ ເປັນເງິນ 360.000.000 ກີບ; ເຊິ່ງໃນຈໍານວນ 40 ທ່ານ ລວມເປັນເງິນທັງໝົດ 1.156.980.075 ກີບ; ສໍາລັບການມອບຮັບເງິນນະໂຍບາຍໃນມື້ນີ້ແມ່ນການມອບເງິນນະໂຍບາຍອຸດ ໜູນເທື່ອດຽວຜູ້ທີ່ຍັງມີຊີວິດຢູ່ໃຫ້ 28 ທ່ານ ຍິງ 9 ທ່ານ ລວມເປັນເງິນ 397.226.250 ກີບ.


ໃນໂອກາດັ່ງກ່າວ, ທ່ານ ສີຫຸນ ສິດທິລືໄຊ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ປະກອບສ່ວນສ້າງຜົນງານໃຫ້ພັກ-ລັດ ແລະ ປະເທດຊາດ ນັບແຕ່ມື້ເຂົ້າຮັບການຈົນຮອດມື້ທີ່ເຂົ້າຮັບບຳນານ ຖືວ່າເປັນການປະຕິບັດໜ້າທີ່-ທີ່ສົມບູນແບບຂອງພະນັກງານ-ລັດຖະກອນ; ພ້ອມທັງຮຽກຮ້ອງໃຫ້ບັນດາທ່ານຈົ່ງສືບຕໍ່ໃຫ້ຄຳປຶກສາຫາລືແກ່ພະນັກງານ, ພໍ່-ແມ່ປະຊາຊົນ ແລະ ລູກຫຼານຂອງບັນດາທ່ານໃຫ້ເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ.