ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ (12 ຕຸລາ 2001-12 ຕູລາ 2021) ທີ່ໄດ້ໝູນວຽນມາຮອດອີກວາລະໜຶ່ງ ແລະ ເພື່ອໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ທັງເປັນຂະບວນຟົດຟື້ນ. ສະນັ້ນ, ບັນດາການນໍາຂັ້ນແຂວງຫຼວງນໍ້າທາ, ແຂວງຊຽງຂວາງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນຈັດພິທີທໍາລາຍຢາເສບຕິດ, ເຊິ່ງຂອງກາງດັ່ງກ່າວແມ່ນຢຶດໄດ້ຈາກການມ້າງລາຍຄະດີຕ່າງໆ.

ແຂວງຫຼວງນໍ້າທາ ນໍາພາໂດຍ ທ່ານ ພົມມະສຸກ ວິໄລກຸນ ຮອງເຈົ້າແຂວງໆຫຼວງນໍ້າທາ ພ້ອມດ້ວຍຄະນະ; ສ່ວນຢາເສບຕິດທີ່ນໍາມາທໍາລາຍຖິ້ມໃນຄັ້ງນີ້ ມີຢາເສບຕິດປະເພດຢາບ້າ 209.736 ເມັດ ນ້ຳໜັກ 20,900 ກຼາມ, ຢາຝິ່ນ 9.776,78 ກຼາມ, ເຮໂລອິນ 90 ກຼາມ, ຢາໄອສ໌ 1.052,71 ກຼາມ, ແປ້ງຝຸ່ນສີຂາວ 2 ເປົ່າ ນໍ້າໜັກ 5.500 ກຼາມ ແລະ ມອກຝິ່ນປອມ ມີນໍ້າໜັກ 3.000 ກຼາມ.

ແຂວງຊຽງຂວາງ ນໍາພາໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ແລະ ທ່ານ ພັອ ຈູຊົ່ງ ຈືໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ເຊິ່ງໃນໜຶ່ງປີຜ່ານມາ, ປກສ ແຂວງ ສາມາດມ້າງເປົ້າໝາຍຢາເສບຕິດໄດ້ 103 ເລື່ອງ, ຜູ້ຖືກຫາ 123 ຄົນ ຍິງ 26 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 180.883 ເມັດ, ເຮໂຮອິນ 181 ແທ່ງ ແລະ ຢາໄອສ໌ 25 ຫໍ່.

ສ່ວນຢາເສບຕິດທີ່ນໍາມາທໍາລາຍໃນຄັ້ງນີ້ ແມ່ນມີ 2 ປະເພດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວ ຄື: ຢາບ້າຈຳນວນ 14.737 ເມັດ, ເຮໂລອິນຈຳນວນ 79 ແທ່ງ, ເຮໂລອິນແທ້ 35 ແທ່ງ ແລະ ເຮໂຮອິນປອມ 44 ແທ່ງ.

ສໍາລັບ ແຂວງອັດຕະປື ນໍາພາໂດຍ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ໂດຍໃນຕະຫຼອດໄລຍະ 1 ປີຜ່ານມາ ພະແນກສະກັດກັ້ນ ແລະ ປາບປາມເສບຕິດ ປກສ ແຂວງອັດຕະປື ສາມາດມ້າງຄະດີ ແລະ ຢຶດຂອງກາງໄດ້ດັ່ງນີ້:

ຄະດີຢາເສບຕິດໄດ້ທັງໝົດ 166 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 231 ຄົນ ຍິງ 44 ຄົນ ຄົນຕ່າງປະເທດ 7 ຄົນ, ໂຈະຄະດີ 1 ເລື່ອງ ຜູ້ຖືກຫາ 3 ຄົນ ຍິງ 2 ຄົນ, ຊັດມ້ຽນ 2 ເລື່ອງ ຜູ້ຖືກຫາ 1 ຄົນ, ພວມດຳເນີນມີ 64 ເລື່ອງ ຜູ້ຖືກຫາ 104 ຄົນ ຍິງ 18 ຄົນ, ຄະດີສານຕັດສິນ 71 ເລື່ອງ ຜູ້ຖືກຫາ 104 ຄົນ ຍິງ 20 ຄົນ ຄົນຕ່າງປະເທດ 3 ຄົນ.

ຢຶດຢາບ້າໄດ້ທັງໝົດຈຳນວນ 80.479 ເມັດ, ຢາໄອສ໌ 25 ຫໍ່ ນໍ້າໜັກ 43 ກິໂລກຼາມ, ຝົງຂາວ ຈຳນວນ 1 ຖົງ ນ້ຳໜັກ 1 ກິໂລກຼາມ, ເງິນກີບ ຈຳນວນ 23.042.000 ກີບ, ເງິນບາດ 6.620 ບາດ, ເງິນໂດລາ 7.000 ໂດລາ, ລົດໃຫຍ່ 1 ຄັນ, ລົດຈັກ 16 ຄັນ, ໂທລະສັບ 101 ເຄື່ອງ, ໂມງ 1 ໜ່ວຍ, ສາຍຄໍຄ້າຍຄືຄຳ 2 ເສັ້ນ, ແຫວນຄ້າຍຄືຄຳ 2 ວົງ, ຕ້າງຫູຄ້າຍຄືຄຳ 1 ຄູ່.

ໂດຍຢາເສບຕິດທີ່ໄດ້ນໍາມາທຳລາຍມີ ຢາເສບຕິດປະເພດຢາບ້າ, ຢາໄອສ໌, ຝົງຂາວ ແລະ ອື່ນໆ.

ທັງນີ້, ການຈັດພິທີທໍາລາຢາເສບຕິດດັ່ງກ່າວ ແມ່ນຈັັດຂຶ້ນໃນວັນທີ 12 ຕຸລາ 2021 ຜ່ານມາ ດ້ວຍຮູບການຈູດທໍາລາຍ.