ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ລົງມ້າງຄະດີຢາເສບຕິດຢູ່ຂອບເຂດບໍລິເວນບ້ານນາຄ່ອນ ເມືອງໝອກ ແລະ ຂອບເຂດບ້ານຍອດງື່ມ ເມືອງແປກ ແຂວງຊຽງຂວາງ ໃນລະຫວ່າງວັນທີ 11 ແລະ 13 ຕຸລາ 2021 ສາມາດມ້າງຄະດີຢາເສບຕິດໄດ້ 2 ເລື່ອງ ພ້ອມທັງຢຶດຂອງກາງປະເພດຢາບ້າໄດ້ 460 ເມັດ.

+ ເຈົ້າໜ້າທີ່ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ແຂວງຊຽງຂວາງ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບແຈ້ງຈາກແຫຼ່ງຂ່າວວ່າ ມີການເຄື່ອນໄຫວຊື້ຂາຍຢາເສບຕິດຢູ່ຫຼາຍບ້ານ ໃນຂອບເຂດເມືອງໝອກ ຈຶ່ງໄດ້ຈັດວາງກຳລັງອອກກວດກາ ຕິດຕາມ, ຈົນມາຮອດວັນທີ 11 ຕຸລາ 2021 ພົບເຫັນເປົ້າໝາຍກຳລັງຂັບຂີ່ລົດຈັກມາແຕ່ບ້ານນາຄ່ອນ ເມືອງໝອກ ມຸ່ງໜ້າໄປທາງໂພນສະຫວັນ ເມືອງແປກ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ສະແດງຕົວເຂົ້າຈັບກຸມໄດ້ 1 ຄົນຄື ທ້າວ ເຈ້ຍລໍ່ ອາຍຸ 27 ປີ ປະຊາຊົນຢູ່ບ້ານຄັງວຽງ ເມືອງໝອກ ພ້ອມກວດຄົ້ນຕົວພົບຂອງກາງຢາບ້າຈຳນວນ 368 ເມັດ ມາສືບສວນ-ສອບສວນ.

ໃນວັນທີ 13 ຕຸລາ 2021, ເຈົ້າໜ້າທີ່ຕຳຫຼວດ ພະແນກຕ້ານ ແລະ ສະກັດກັ້ນຢາເສບຕິດ ແຂວງຊຽງຂວາງ ກໍໄດ້ລົງຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ຢູ່ບໍລິເວນບ້ານຍອດງື່ມ ເມືອງແປກ ພົບເຫັນເປົ້າໝາຍ ແລະ ກັກຕົວໄດ້ 1 ຄົນ ຊື່ ທ້າວ ກ້າວື່ ອາຍຸ 29 ປີ ປະຊາຊົນຢູ່ບ້ານຍອດງື່ມ ພ້ອມຂອງກາງຢາບ້າຈຳນວນ 92 ເມັດ ມາສືບສວນ-ສອບສວນຂະຫຍາຍຜົນຫາພັກພວກຮ່ວມຂະບວນການດຽວກັນ.