ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວນຳພາວຽກງານຂອງ ຄະນະພັກ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ໃນວັນທີ 13 ຕຸລາ 2021, ໂດຍການເປັນປະທານຂອງ ສະຫາຍ ພັອ ສົມໝາຍ ພົມມະຈັນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ເຊິ່ງກໍມີ ຄະນະພັກ-ຄະນະບັນຊາ, ຄະນະຫ້ອງອອ້ມຂ້າງ ປກສ ແຂວງ ເຂົ້າຮວ່ມ.

ສະຫາຍ ພັອ ສັງທອງ ສີປະເສີດ ຮອງເລຂາຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຂຶ້ນລາຍງານການເຄື່ອນໄຫວນຳພາວຽກງານຂອງ ຄະນະພັກ ກອງບັນຊາການ ປກສ ແຂວງ ໃນ 6 ເດືອນຕົ້ນປີ 2021 ໂດຍຕີລາຄາດ້ານດີຜົນງານວຽກງານການເມືອງ ຄື:

ຄະນະພັກ ໄດ້ເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ນຳພາແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານ ຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍການນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໜາຍຂອງລັດ, ດຳລັດມະຕີຄຳສັ່ງ, ນິຕິກຳຕ່າງໆ, ມູນເຊື້ອຂອງພັກຂອງຊາດ, ຂອງກຳລັງປະກອບອາວຸດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຮໍ່າຮຽນໃຫ້ສະມາຊິກພັກເປັນປົກກະຕິທົ່ວເຖິງ ເພື່ອເຮັດໃຫ້ສະມາຊິກພັກມີຄວາມຄວາມເປັນເອກກະພາບທາງດ້ານແນວຄິດ, ມີຄວາອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັນຕໍ່ການນຳໆພາຂອງພັກ-ລັດ, ຕັ້ງໜ້າຝືກຜົນຄຸນສົມບັດສິນທຳປະຕິວັດ, ຫຼັກໜັ້ນຊົນຊັ້ນ ແລະ ພ້ອມກັນແກ້ໄຂຈຸດອ່ອນຊ່ອງວ່າງຫາງສຽງສັງຄົມຕ່າງໆ ໃຫ້ຫຼຸດໜອ່ຍຖອນລົງ ແລະ ຖືເອົາການຕີລາຄາຈັດແບ່ງປະເພດ ເປັນໄມ້ຫຼາວັດແທກສະມາຊິກພັກ; ເຊິ່ງກໍໄດ້ຮັບໃບຢັ້ງຢືນນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 36 ໜວ່ຍ, ສະມາຊິກພັກແຂງ 1.389 ສະຫາຍ ຍິງ 257 ສະຫາຍ, ກາງ 64 ສະຫາຍ ຍິງ 7 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 48 ສະຫາຍ ຍິງ 13 ສະຫາຍ.

ນອກນີ້, ຍັງໄດ້ຍົກໃຫ້ເຫັນຜົນງານດ້ານວຽກງານວິຊາສະເພາະ ເປັນຕົ້ນແມ່ນ: ວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ, ວຽກງານງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍສະເພາະການເຄື່ອນໄຫວຈັດຕັ້ງປະຕິບັດບັນດາຄຳສັ່ງຕ້ານພະຍາດໂຄວິດ-19 ຮ່ວມກັບສັງຄົມ, ພາກສ່ວນກ່ຽວຂ້ອງ ຢ່າງເປັນເຈົ້າການ ແລະ ເຂັ້ມງວດ, ສາມາດແກ້ໄຂສະພາບການຕິດເຊື້ອໂຄວິດ-19 ຢູ່ຄ້າຍຄຸມຂັງຊົ່ວຄາວ ຫຼັກ 6 ແລະ ທົ່ວສັງຄົມໄດ້ດີໂດຍພື້ນຖານ ແລະ ວຽກງານອື່ນໆອີກ.

ໃນ 6 ເດືອນທ້າຍປີນີ້, ຄະນະພັກ ກອງບັນຊາການ ປກສ ແຂວງ ຈະເພີ່ມທະວີເຊື່ອມຊຶມຈັດຕັ້ງຜັນຂະຫຍາຍມະຕິ 11 ຂອງສູນກາງພັກ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປະເທດຮອບດ້ານຂອງພັກ ເຂົ້າສູ່ຊິວິດຕົວຈິງ ຕິດພັນກັບ ການຫັນທິດລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໜາດ ຕາມທິດ 3 ສ້າງ ໃຫ້ໜັກແໜ້ກ ເພື່ອປົກປັກຮັກສາສະຖຽນລະພາບຄວາມໜັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຄວາມສະຫງົບສຸກ ແລະ ປອດໄພຂອງປະຊາຊົນ, ສົ່ງເສີມປົກປ້ອງບູລະນະ ລະບອບປະຊາຕິປະໄຕ ປະຊາຊົນ ພາຍໃຕ້ການນຳພາຂອງພັກ, ສູ້ຊົນປັບປຸງກໍ່ສ້າງພັກໃຫ້ມີໃຫ້ມີຄວາມປອດໃສ, ເຂົ້ມແຂງ ແລະ ໜັກແໜ້ນ.