ການຂົນສົ່ງມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ, ຖ້າມີການຂົນສົ່ງທີ່ມີປະສິດທິຜົນສູງ ກໍຈະປະກອບສ່ວນເຮັດໃຫ້ເສດຖະກິດມີການເຕີບໂຕໄວ້. ໂດຍ ປະທານ ໄກສອນ ພົມວິຫານ ໄດ້ຊີ້ບອກວ່າ: “ ການຄົມະນາຄົມຂົນສົ່ງເປັນປາຍແຫຼມຂອງເສດຖະກິດແຫ່ງຊາດ ”.

ຍ້ອນແນວນັ້ນ ພັກ-ລັດ ຈິ່ງເລັງເຫັນຄວາມສຳຄັນໃນການພັດທະນາພື້ນຖານໂຄງລ່າງຂອງປະເທດ ໂດຍສະ ເພາະແມ່ນການພັດທະນາເສັ້ນທາງຄົມມະນາຄົມ ເພື່ອໃຫ້ມີຄວາມທັນສະໄໝທຽບທັນກັບສາກົນ ແລະ ເປັນວຽກທີ່ ຈຳເປັນ ແລະ ຮີບດ່ວນ; ໃນສະພາບການໃໝ່ແຫ່ງການຂະຫຍາຍຕົວຢູ່ໃນປະເທດເຮົາ ກໍຄືການພົວພັນກັບຕ່າງປະເທດທີ່ນັບມື້ນັບຂະຫຍາຍຕົວ, ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ມີແຜນນະໂຍບາຍສະເໜີກັບ ສປ ຈີນ ເພື່ອສ້າງທາງລົດໄຟເຊື່ອມຕໍ່ກັນ ແຕ່ໃນເວລານັ້ນ ( 2001-2002) ການນຳຂອງ ສປ ຈີນ ເຫັນວ່າໃນເວລານີ້ຍັງບໍ່ທັນເໝາະສົມເທື່ອ.

ເຖິງແນວໃດກໍຕາມ, ຫຼາຍປີຜ່ານມາ ລັດຖະບານລາວ ກໍຍັງສືບຕໍ່ສະເໜີຄວາມເປັນໄປໄດ້ກັບລັດຖະບານຈີນ ຈົນມາຮອດວັນທີ 7 ເມສາ 2010 ລັດຖະບານ ສປປ ລາວ ແລະ ສປ ຈີນ ຈິ່ງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືໃນໂຄງການສ້າງທາງລົດໄຟລາວ-ຈີນ; ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ດຳເນີນການກະກຽມດ້ານ ຕ່າງໆຈົນສຳເລັດໂດຍພື້ນຖານແລ້ວ ສອງຝ່າຍກໍໄດ້ພ້ອມກັນຈັດພິທີວາງສີລາລືກໂຕງການສ້າງທາງລົດໄຟລາວ-ຈີນ ໃນ ວັນທີ 2 ທັນວາ 2015 ເພື່ອເປັນຂອງຂວັນສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ ໂດຍມີການນຳ ຂັ້ນສູງຂອງສອງປະເທດເຂົ້າຮ່ວມ. ຈາກນັ້ນ, ກໍໄດ້ເລີ່ມລົງມືກໍ່ສ້າງ ມາຮອດປັດຈຸບັນແມ່ນໃກ້ຈະສຳເລັດ 100% ແລະ ມີຄາດໝາຍຈະເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2021 ນີ້.

ພາຍຫຼັງເປີດນໍາໃຊ້ແລ້ວ, ເສັ້ນທາງລົດໄຟລາວ-ຈີນ ຈະກາຍເປັນເສັ້ນທາງຄົມມະນາຄົມຂົນສົ່ງທີ່ທັນສະໄໝ, ວ່ອງໄວ, ສະດວກສະບາຍ ກາຍເປັນເສັ້ນທາງຍຸດທະສາດສຳຄັນຂອງປະເທດລາວເຮົາ ຈະເຮັດໃຫ້ເສດຖະກິດເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງກະໂດດຂັ້ນຢ່າງແນ່ນອນ ໂດຍສະເພາະແມ່ນການຂົນສົ່ງ, ນະຄອນຫຼວງວຽງຈັນຈະກາຍເປັນສູນ ກາງໂລຈິສຕິກເຊື່ອມຈອດໃສ່ການຂົນສົ່ງໄປຈີນ ແລະ ບັນດາປະເທດອາຊີ ແລະ ປະເທດອື່ນໆ; ຂະແໜງການທ່ອງທ່ຽວ ພາຍໃນປະເທດຈະໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງກວ້າງຂວາງ ລວມໄປເຖິງຂະແໜງການອື່ນໆກໍເຊັ່ນ ດຽວກັນ.

ສະມາຊິກສະພາແຫ່ງຊາດທ່ານໜຶ່ງໄດ້ກ່າວກັບນັກຂ່າວໃນເມື່ອບໍ່ດົນຜ່ານມານີ້ວ່າ: ພາຍຫຼັງເປີດນ້ຳໃຊ້ຢ່າງເປັນທາງການແລ້ວ ຈະເປັນຜົນດີຫຼາຍຢ່າງໃຫ້ແກ່ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ໄປມາຫາສູ່ເຊິ່ງກັນແລະກັນ ຢ່າງສະດວກສະບາຍ ແລະ ປະຢັດເວລາ, ທັງເປັນຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ເຊິ່ງຈະເປັນຂົວຕໍ່ໃນການດຶງດູດເອົານັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ, ທັງດຶງດູດເອົານັກລົງທຶນ ເຂົ້າມາລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນ, ລວມເຖິງການນຳເຂົ້າ ແລະ ສົ່ງອອກສິນຄ້າ ຈາກແຂວງ-ແຂວງ, ເມືອງ-ເມືອງ, ຈາກ ລາວ ໄປ ຈີນ ໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ປະຢັດເວລາ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືຂອງສອງລັດຖະບານ ບໍ່ແມ່ໂຄງການສຳປະທານ ຂອງເອກະຊົນ, ແມ່ນໂຄງການທີ່ມີຄວາມສຳຄັນເປັນພິເສດມີຄວາມໝາຍທາງປະຫວັດສາດ ແລະ ຍຸດທະສາດຂອງປະ ເທດລາວ ເຊິ່ງຈະເປັນພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໜັກແໜ້ນ ແລະ ຍືນຍົງຂອງປະເທດໃນການຂັບເຄື່ອນ ການພັດທະນາເສດຖະກິດ-ສັງຄົມຂອງລາວເຮົາ ກໍຄືການປະຕິບັດນະໂຍບາຍຫັນປະເທດເຮົາຈາກສະຖານະພາບປະ ເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມຈອດກັບພາກພື້ນ ແລະ ສາກົນ.