ກອງບັນຊາການ ປກສ ເມືອງແອດ ແຂວງຫົວພັນ ໄດ້ຈັດພິທີທໍາລາຍອາວຸດລ່າເນື້ອທີ່ນໍາໃຊ້ຜິດກົດໝາຍ ໃນວັນທີ 10 ພະຈິກ 2021; ເຂົ້າຮ່ວມມີ ທ່ານ ເພີດ ມາປັນຍາ ຮອງເຈົ້າແຂວງ, ມີຄະນະນໍາຂັ້ນເມືອງ, ພະແນກການອ້ອມຂ້າງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ຮອ ມັງອະນຸລັກ ເຢຍປ່າວເຮີ ຮອງ ຫົວໜ້າພະແນກຫ້ອງການ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກ ງານຕົວຈິງວ່າ: ໂດຍອີງຕາມຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວເຮັດວຽກງານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງແອດ, ອີງຕາມການຈັດຕັ້ງວຽກງານວິຊາສະເພາະ; ກໍຄືການຈັດຕັ້ງແຜນປະຕິບັດແຜນຍຸດທະສາດຂອງກອງບັນຊາການ ປກສ ເມືອງ ແອດ ແຕ່ປີ 2021-2024,ດັ່ງນັ້ນ ປກສ ເມືອງ ຈິ່ງໄດ້ລົງເຄື່ອນໄຫວຢູ່ 4 ກຸ່ມ ບ້ານ ຄື: ກຸ່ມນາພຽງ, ກຸ່ມບ້ານນາ; ກຸ່ມ ນາໄກ່ ແລະ ກຸ່ມນ້ໍາກ້ວງ ລວມມີ 33 ບ້ານ, ສາມາດຢຶດອາວຸດລ່າເນື້ອ ແລະ ເຄື່ອງຈັກທີ່ນໍາໄປເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍເຊັ່ນ: ຈັກສະຕິນ 7 ເຄື່ອງ; ອາວຸດລ່າເນື້ອ ປະເພດປືນແກັບ 212 ກະບອກ, ເຄື່ອງຊັອດປາ 1 ເຄື່ອງ.

ດັ່ງນັ້ນ, ຈໍານວນອາວຸດລ່າເນື້ອ ແລະ ເຄື່ອງຈັກຈໍານວນດັ່ງກ່າວນັ້ນກອງ ບັນຊາການ ປກສ ເມືອງແອດ ຈຶ່ງໄດ້ນໍາເອົາມາທໍາລາຍຖີ່ມຕາມລະບຽບກົດ ໝາຍ.