ນັບແຕ່ລັດຖະບານປະກາດຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ທຸກອົງການຈັດຕັ້ງທາງສັງຄົມລວມເຖິງພໍ່-ແມ່ປະຊາຊົນລາວບັນດາເຜົ່າ ກໍໄດ້ຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນ ບັນຫາດັ່ງກ່າວຢ່າງຈິງຈັງໂດຍສະເພາະແມ່ນ ເຈົ້າໜ້າທີ່ຕຳຫຼວດ, ເຊິ່ງໝາກຜົນເບື້ອງຕົ້ນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 3 ເດືອນຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງສາມາດມ້າງຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 1.106 ເລື່ອງ, ຢຶດຢາບ້າໄດ້ 101.586.361 ເມັດ ເທົ່າກັບ 10.158.63 ກິໂລກຼາມ ແລະ ຢາເສບຕິດ ປະເພດອື່ນໆອີກຈຳນວນໜຶ່ງ.

ຄະດີເດັ່ນໃນໄລຍະ 3 ເດືອນຜ່ານມາມີ 4 ເມືອງຄື: ໃນວັນທີ 13 ກັນຍາ 2021 ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຄຳມ່ວນຢຶດຄັນຊາໄດ້ 32 ເປົານ້ຳໜັກ 1,319 ກິໂລກຼາມ ທີ່ຂົນສົ່ງມາດ້ວຍລົດຈຳນວນ 3 ຄົນ, ຈັບຜູ້ຖືກຫາໄດ້ 2 ຄົນ.

ໃນວັນທີ 20 ຕຸລາ 2021, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງບໍ່ແກ້ວ ໄດ້ສະກັດກວດກາລົດເປົ້າໝາຍຂົນສົ່ງຢາເສບຕິດມາແຕ່ເມືອງຕົ້ນເຜິ້ງມາຮອດເຂດບ້ານອຸດົມ, ເມືອງຫວຍຊາຍ ແຂວງບໍ່ແກ້ວ. ຜ່ານການກວດຄົ້ນລົດຄັນດັ່ງກ່າວພົບຢາບ້າທີ່ຊຸກເຊື່ອງຢູ່ໃນລົດ ແລະ ທ້າຍກະບະລົດມີ ຈຳນວນ 50 ເປົາ 10.000.000 ເມັດ, ນໍ້າໜັກ 1.000 ກິໂລກຼາມ.

ວັນທີ 25 ຕຸລາ 2021, ເຈົ້າໜ້າທີ່ຕໍາ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງບໍ່ແກ້ວໄດ້ສະກັດກວດກາລົດເປົ້າໝາຍຂົນສົ່ງຢາເສບຕິດຢູ່ເຂດບ້ານສີເມືອງງາມເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຜ່ານການກວດຄົ້ນລົດຄັນ ດັ່ງກ່າວພົບຢາບ້າທີ່ຊຸກເຊື່ອງຢູ່ໃນລົດ 3.000 ມັດເທົ່າກັບ 6.000.000 ເມັດ ນ້ຳໜັກ 720 ກິໂລກຼາມ.

ວັນທີ 27 ຕຸລາ 2021 ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງບໍ່ແກ້ວ ສົມທົບພາກສ່ວນທີ່ກ່ຽວຂ້ອງໄດ້ກວດກາພາຫະນະລົດບັນທຸກ 12 ລໍ້ຢູ່ເຂດຈຸດກວດກາ ບ້ານປຸງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ, ຜ່ານ ການກວດຄົ້ນລົດຄັນດັ່ງກ່າວພົບຢາບ້າທີ່ຊຸກ ເຊື່ອງຢູ່ໃນລົດ 262 ເປົາ, ມີ 27.832 ມັດ ເທົ່າກັບ 55.664.000 ເມັດ, ຢາໄອສ 1,537 ນ້ຳໜັກ 1.537 ກິໂລກຼາມ, ຈັບຜູ້ຖືກຫາ 2 ຄົນ; ນີ້ແມ່ນຜົນງານລວມຂອງເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ຮ່ວມມືກັນໃນ ການກວດລ້າງກຸ່ມແກ້ງອາຊະຍາກຳຢາເສບຕິດ ຢູ່ພາຍໃນປະເທດໃນໄລຍະ 3 ເດືອນຜ່ານມາ.