ໃນວັນທີ 13 ທັນວາ 2021, ເຈົ້າໜ້າທີ່ ສນ ຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ຈຸດບ້ານໄຮ່ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ພົບເຫັນຊາຍທ່າທາງມີພິລຸດສົງໄສ ຂະນະກວດກາຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີ ພ້ອມທັງຖິ້ມຢາບ້າລົງຂ້າງທາງ ເພື່ອໜີຄວາມຜິດ.

ເຈົ້າໜ້າທີ່ ສນ 1191 ຈຸດບ້ານໄຮ່ ໃຫ້ຮູ້ວ່າ: ໃນຂະນະກຳລັງປະຕິບັດໜ້າທີ່່ອອກກວດກາລາດຕະເວນຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ຕາມພື້ນທີ່່ຄວາມຮັບຜິດຊອບຢູ່ນັ້ນ ພໍຮອດເວລາປະມານ 12:00 ໂມງຂອງວັນດັ່ງກ່າວ ພົບເຫັນທ້າວ ວົງພະຈັນ ອາຍຸ 25 ປີ ບ້ານໄຮ່ ເມືອງປາກງື່ມ ຂັບຂີ່ລົດຈັກມາແຕ່ຖະໜົນ ບ້ານເວີນແຄນ ດ້ວຍທ່າທາງພິລຸດສົງໄສ ຈຶ່ງໄດ້ຂໍກວດຄົ້ນຕົນຕົວ  ແຕ່ຜູ້ກ່ຽວບໍ່ໃຫ້ຄວາມຮ່ວມມື ພ້ອມທັງຂີ່ຂັບລົດຈັກຫຼົບໜີໄປທາງບ້ານສົມສະຫວາດ ແຕ່ເຈົ້າໜ້າທີ່ສາມາດໄລ່ນໍາທັນໄດ້ ແລະ ຜ່ານການກວດຄົ້ນພົບເຫັນຢາບ້າ 62 ເມັດ ເນື່ອງຈາກຜູ້ກ່ຽວດຶກລົງຂ້າງທາງ ເພື່ອໜີຄວາມຜິດ ແລະ ຜ່ານການສອບສວນເບື້ອງຕົ້ນຜູ້ກ່ຽວຮັບສາລະພາບວ່າ:  ຢາບ້າຈຳນວນດັ່ງກ່າວ ແມ່ນຊື້ຈາກຊາຍຄົນໜຶ່ງເພື່ອນໍາໄປເສບເອງ .

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 12 ທັນວາຜ່ານມາ, ເຈົ້າໜ້າທີ່ ປກສ ກຸ່ມ 4 ນາຝາຍ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຍັງສາມາດຈັບສອງສ່ຽວທີ່ຮ່ວມກັນຄ້າຂາຍຢາບ້າເປັນອາຈິນ ຊື່ທ້າວ ແຫຼມ ອາຍຸ 29 ປີ ແລະ ທ້າວ ວຽງພອນ ອາຍຸ 20 ປີ ຢູ່ບ້ານຫ້ວຍນໍ້າຍູນ ເມືອງປາກງື່ມ ໄປສອບສວນຂະຫຍາຍຜົນ.

ພັທ ສົມພານ ປະເສີດ ຫົວໜ້າ ປກສ ກຸ່ມ 4 ນາຝາຍ ໃຫ້ຮູ້ວ່າ: ພາຍຫຼັງຂຶ້ນບັນຊີຄຸ້ມຄອງຕິດຕາມມາໄດ້ໄລຍະໜຶ່ງ ຈົນຮອດວັນທີ 12 ທັນວາ 2021 ຈຶ່ງໄດ້ສົບທົບກັບ ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ເມືອງປາກງື່ມ ເຂົ້າກັກຕົວພວກກ່ຽວ ຢູ່ປ່າເຂດບ້ານຫ້ວຍນໍ້າຍູນ ໃນຂະນະທີ່ ພວກກ່ຽວກໍາລັງຈະໄປເກັບດອກແຄ ພ້ອມຂອງກາງຢາບ້າ ຈໍານວນ 46 ເມັດໄປສອບສວນ ແລະ ຜ່ານການສອບສວນ ພວກກ່ຽວສາລະພາບວ່າ: ໄດ້ຮ່ວມກັນພົວພັນຄ້າຂາຍ ແລະ ເສບຢາບ້າມາແຕ່ປີ 2017. ສ່ວນຢາບ້າ ຈໍານວນ 46 ເມັດທີ່ເຈົ້າໜ້າທີ່ກວດພົບນັ້ນ ແມ່ນເປັນຂອງທ້າວ ແຫຼມ 28 ເມັດ ແລະ ຂອງທ້າວ ວຽງພອນ 18 ເມັດ ເຊິ່ງພວກກ່ຽວໄດ້ຊື້ມານໍາພວກຮ່ວມຂະບວນການຢູ່ເຂດບ້ານຝັງແດງ ເມືອງປາກງື່ມ ເພື່ອເສບເອງ ແລະ ຂາຍຕໍ່ກິນກໍາໄລ.

ປັດຈຸບັນ, ຄະດີທັງ 2 ເລື່ອງນັ້ນ ເຈົ້າໜ້າທີ່່ ສນ 1191 ໄດ້ສົ່ງຕົວຜູ້ກ່ຽວກອງບັນຊາການ ປກສ ເມືອງປາກງື່ມ ເພື່ອສືບຕໍ່ຂະຫຍາຍຜົນຫາກຸ່ມແກ້ງມາດໍາເນີນຄະດີຕາມລະບຽບກົດໝາຍ.