ໃນເວລາປະມານ 15:00 ໂມງຂອງວັນທີ 11 ມັງກອນ 2022, ເຈົ້າໜ້າທີ່ ປກສ ກຸ່ມ I ສີວິໄລ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນ ຫຼວງວຽງຈັັນ ໄດ້ນໍາກໍາລັງວິຊາສະເພາະເຂົ້າກວດຄົ້ນຫ້ອງພັກຜູ້ຄ້າ-ຂາຍຢາບ້າລາຍຍ່ອຍ; ໃນ ນັ້ນ, ສາມາດຈັບຜົວ-ເມຍ ພ້ອມທັງຂອງກາງຢາບ້າ ຈໍານວນ 46 ເມັດ ແລະ ຢາໄອສ໌ຈໍານວນໜຶ່ງ ໄປດໍາເນີນຄະດີ.

ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ I ສີວິໄລ ເປີດເຜີຍວ່າ: ພາຍຫຼັງທີ່ສືບຮູ້ ຈຶ່ງໄດ້ນໍາກໍາລັງວິຊາສະເພາະ ເຂົ້າກວດຄົ້ນເຮືອນເປົ້າໝາຍຊື່ ທ້າວ ພອນວິໄລ ອາຍຸ 30 ປີ ແລະ ນາງ ບົວສະຫວັນ ອາຍຸ 19 ປີ ທັງສອງເປັນຜົວ-ເມຍກັນຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ; ຜ່ານການກວດຄົ້ນພົບ ເຫັນຢາບ້າ ຈໍານວນ 46 ເມັດ ແລະ ຢາໄອສ໌ 2 ຖົງນ້ອຍ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ພວກກ່ຽວໃຫ້ການສາລະພາບວ່າ: ໃນໄລຍະຜ່ານມາ, ເຄີຍຖືກສຶກສາອົບຮົມມາແລ້ວ 1 ຄັ້ງ ໃນຂໍ້ຫາການເສບ ຢາເສບຕິດ ແລະ ພາຍຫຼັງທີ່ຖືກສຶກສາອົບຮົມ ກໍໄດ້ຮ່ວມກັນຫັນຈາກຜູ້ເສບໄປເປັນຜູ້ຄ້າຂາຍລາຍຍ່ອຍ, ສ່ວນຢາບ້າ ແລະ ຢາໄອສ໌ທີ່ນໍາມາຂາຍນັ້ນ ແມ່ນຊື້ຈາກພວກຮ່ວມຂະບວນການດຽວກັນຂອບເຂດໃກ້ຄຽງ. ປັດຈຸບັນ, ຄະດີດັ່ງກ່າວ ແມ່ນໄດ້ສົ່ງມອບໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໄຊທານີ ສືບຕໍ່ດໍາເນີນການສອບສວນຂະຫຍາຍຜົນ.