ໃນວັນທີ 3 ທັນວາ 2021 ເວລາ 10:00 ນາທີ, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການແຈ້ງຄວາມຈາກ ທ້າວ ວິໄລ ສັກ ຈັນທະບູນ ອາຍຸ 24 ປີ ປະຊາຊົນຢູ່ ບ້ານແຊງ ເມືອງປະທຸມພອນ ແຂວງຈຳປາສັກ ວ່າ: ໄດ້ມີຄົນຮ້າຍບໍ່ຮູ້ຈຳນວນໄດ້ມາລັກເອົາລົດ ຈັກຂອງ ຕົນຍີ່ຫໍ້ຮອນດ້າເວບ 100 ສີຂຽວ-ດຳ, ປ້າຍທະບຽນ ຈມ 1334 ຈຳ ປາສັກ, ທີ່ຈອດໄວ້ຢູ່ໜ້າຮ້ານອາ ຫານແຫ່ງໜຶ່ງຢູ່ບ້ານນາຂາມເມືອງ ປະທຸມ ພອນ ແຂວງຈຳປາສັກ.

ດັ່ງນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຈຶ່ງຮູ້ວ່າມີຄົນມາພັກຢູ່ເຮືອນແຫ່ງ ໜຶ່ງເຂດ ບ້ານນາຂາມ ເມືອງປະ ທຸມພອນ ຄືເປົ້າໝາຍໃນການກໍ່ເຫດລັກລົດຈັກໃນຄັ້ງນີ້. ຫຼັງຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສົມທົບກັບ ອຳນາດການ ປົກຄອງພາກສ່ວນທີ່ ກ່ຽວຂ້ອງລົງຕິດຕາມເປົ້າໝາຍ ສາມາດກັກຕົວຜູ້ຖືກຫາໄດ້ 5 ຄົນ ຍິງ 3 ຄົນ ຄື ທ້າວ ສົງໃສ ອາຍຸ 25 ປີ, ທ້າວ ນຸ້ຍ ທອງ ອາຍຸ 25 ປີ, ນາງ ນ້ອຍ ຄາວີ, ອາຍຸ 32 ປີ, ນາງ ປັດ ອາຍຸ 28 ປີ, ນາງ ລຸນນີ ອາຍຸ 20 ປີ; ທັງ 5 ຄົນ ແມ່ນປະຊາຊົນບ້ານສະເພົາທອງ ເມືອງສາມັກຄີໄຊ, ແຂວງອັດຕະປື.

ຈາກນັ້ນ, ເຈົ້າໜ້າທີ່ໄດ້ຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການ ສາມາດກັກຕົວຜູ້ຮັບຊື້ຊັບຜິດກົດໝາຍໄດ້ອີກ 2 ຄົນ, ຊື່ທ້າວ ສົມສີ ອາຍຸ 29 ປີ ຢູ່ບ້ານເພຍ ລາດ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ແລະ ທ້າວ ເປີ້ນ ອາຍຸ 22 ປີ ບ້ານໂພນທອງ ເມືອງ ໂພນທອງ ແຂວງຈຳປາສັກ. ຜ່ານ ການສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ຜູ້ຖືກຫາໄດ້ຮັບສາລະພາບວ່າ: ໃນໄລຍະ 2 ເດືອນຜ່ານມາ, ນັບແຕ່ເດືອນພະຈິກ ຫາ ເດືອນທັນວາ ປີ 2021. ພວກກ່ຽວໄດ້ເຄື່ອນໄຫວລັກຊັບເຖິງ 9 ຄັ້ງ, ເຊິ່ງເປົ້າໝາຍແມ່ນລັກເອົາລົດຈັກຮອນດ້າເວບ 100 ໄດ້ ຈຳນວນ 9 ຄັນ ແລ້ວໄປຂາຍໄດ້ ເງິນຈຳນວນ 24.500.000 ກວ່າ ກີບ, ສ່ວນຈຳນວນເງິນທີ່ພວກກ່ຽວໄດ້ມາແມ່ນໄດ້ແບ່ງກັນໃຊ້ຈົນໝົດ.

ສຳລັບເຄື່ອງຂອງກາງປະເພດ ລົດຈັກເຈົ້າໜ້າທີ່ສາມາດເກັບກູ້ ຄືນໄດ້ ຈຳນວນ 7 ຄັນ. ສ່ວນທີ່ ເຫຼືອເຈົ້າໜ້າທີ່ກຳລັງເລັ່ງເກັບກູ້ ເພື່ອມອບຄືນ ເຈົ້າຂອງເດີມ; ປັດຈຸ ບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການສະຫຼຸບສຳນວນຄະດີສົ່ງຟ້ອງໄອຍະການ ເພື່ອສັ່ງຟ້ອງສານຕັດສິນຕາມກົດໝາຍ.