ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກະຊວງ ຕສ) ໄດ້ຈັດຕັ້ງເຜີຍແຜ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ໃນວັນທີ18 ມັງກອນ 2022, ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຕສ, ມີບັນດາຄະນະກົມ, ຄະນະອໍານວຍການບໍລິສັດ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍ ການເພີ່ມທະວີການນໍາພາຊີ້ນໍາຂອງຄະ ນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ19/ນຍ ລົງວັນທີ 4 ຕຸລາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ເພື່ອຮັບປະກັນວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ.

ໃນໂອກາດດຽວກັນ, ພົທ ກົງທອງ ພົງວິຈິດ ໄດ້ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023), ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 04/ສພຊ ລົງວັນທີ 10 ສິງຫາ 2021 ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023); ພ້ອມນີ້, ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ປກສ ກໍໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍ ຢາເສບຕິດ ສະບັບເລກທີ 02/ສພຊ ລົງວັນທີ 9 ສິງຫາ 2021 ແລະ ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ສະບັບເລກທີ 1843/ປກສ ລົງວັນທີ 5 ຕຸລາ 2021 ຂອງກະຊວງ ປກສ.

ໂດຍຍຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ສຸມໃສ່ 3 ຫຼັກການຕົ້ນຕໍ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ, ຄວາມເປັນມືອາຊີບ ແລະ 6 ວຽກງານ ຈຸດສຸມ ຄື: ສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ສ້າງປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງ ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໃນຕອນທ້າຍ, ທ່ານຮອງລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ການນໍາແຕ່ລະຂັ້ນຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ນໍາເອົາເນື້ອໃນດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານຂອງຕົນໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ປຸກລະດົມຂົນຂວາຍທຸກກໍາລັງແຮງ ເຂົ້າໃນການ ແກ້ໄຂບັນກາຢາເສບຕິດທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງ ເພື່ອສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ກ້າວໄປສູ່ສັງຄົມລາວປອດຢາເສບຕິດ ຕາມຄາດໝາຍທີ່ວາງໄວ້.