ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈຳປີ 2021 ດ້ວຍຮູບແບບທາງໄກ ໃນລະຫວ່າງວັນທີ 18-19 ມັງກອນ 2022, ເປັນປະທານໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາຫ້ອງການ, ຄະນະນໍາບັນດາກົມ, ຄະນະນໍາສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ຄະນະນຳອົງການໄອຍະການທະຫານຂັ້ນສູງ, ຄະນະນຳອົງການໄອຍະການປະຊາຊົນພາກ 3 ພາກ, ຄະນະນໍາອົງການໄອຍະການປະຊາຊົນຂັ້ນແຂວງ 17 ແຂວງ ແລະ 1 ນະຄອນຫຼວງ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບ ການເຄື່ອນໄຫວວຽກງານໄອຍະການປະຊາຊົນ ທົ່ວປະເທດ ປະຈຳປີ 2021 ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມ ປະຈຳປີ 2022, ຄໍາສັ່ງກ່ຽວກັບການດໍາເນີນຄະດີຢາເສບຕິດ ແລະ ການຟອກເງິນ ສະບັບເລກ 011/ອອປສ ລົງວັນທີ 23 ສິງຫາ 2021, ຄຳສັ່ງກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເເລະ ການແກ້ໄຂບັນຫາຢາເສບຕິດຂັ້ນຕ່າງໆ ສະບັບເລກທີ 021/ ອອຟສ ລົງວັນທີ 8 ທັນວາ 2021.

ຄຳສັ່ງກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຂອງ ສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບສະບັບເລກທີ 023/ອອຟສ ລົງວັນທີ 9 ທັນວາ 2021, ມະຕິກອງປະຊຸມສະພາເເຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈຳປີ 2022 ຂອງ ອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 27/ສພຊ ລົງວັນທີ 16 ພະຈິກ 2021.

ຄໍາແນະນໍາຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບ ການກະກຽມຄວາມພ້ອມໃນການຕິດຕາມກວດກາການດຳເນີນຄະດີປົກຄອງ ສະບັບເລກທີ 019/ອອຟສ ລົງວັນທີ 19 ພະຈິກ 2021, ບົດບັນທຶກຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນ ກ່ຽວກັບ ການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບລົງວັນທີ 8 ທັນວາ 2021.

ການປະກອບຄຳເຫັນຂອງ ອົງການໄອຍະການປະຊາຊົນທ້ອງຖິ່ນ, ຫ້ອງການ ແລະ ບັນດາກົມກ່ຽວກັບ ການຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍຂອງ ອົງການໄອຍະການປະຊາຊົນ, ວຽກງານຄ້າຍຄຸມຂັງ-ດັດສ້າງ, ການພັດທະນາວຽກງານໄອຍະການປະຊາຊົນ, ການຮ່ວມມືວຽກງານໄອຍະການປະຊາຊົນກັບຕ່າງປະເທດ ແລະ ວຽກງານອື່ນຈໍານວນໜຶ່ງ.

ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງຢ່າງມີຜົນສຳເລັດ, ພັດທະນາວຽກງານໄອຍະການປະຊາຊົນຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ, ຈັດຕັ້ງຜັນຂະຫຍາຍວາລະເເຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ; ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ການຕິດຕາມກວດກາທົ່ວໄປ, ການດຳເນີນຄະດີປົກຄອງ, ການປະຕິບັດຄໍາຕັດສິນຂອງສານ ແລະ ສ້າງກົນໄກປະສານງານລະຫວ່າງອົງການໄອຍະການ.