ກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ສະມາຄົມພັດທະນາບົດບາດຍິງ-ຊາຍ ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ຈັດພິທີເຊັນບົດບັນທຶກການຮ່ວມມືຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ ຂຶ້ນໃນວັນທີ 18 ມັງກອນ 2022 ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. 

ຕາງໜ້າລົງນາມເຊັນບົດບັນທຶກໂດຍ ທ່ານ ນາງ ມີນາ ສີວິໄລ ຮອງຫົວໜ້າກົມຂະບວນການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ, ທ່ານ ນາງ ມະນີວັນ ສຸຍຍະວົງ ອຳນວຍການສະມາຄົມພັດທະນາບົດບາດຍິງ-ຊາຍ, ທ່ານ ວຽງອາຄອນ ສຸລິໂຍ ອຳນວຍການສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ມີຫົວໜ້າພະແນກ, ຮອງພະແນກ, ທີ່ປຶກສາສະມາຄົມບົດບາດຍິງ-ຊາຍ ແລະ ພະນັກງານ 4 ພາກສ່ວນ ເຂົ້າຮ່ວມ.

ການຮ່ວມມືໃນຄັ້ງນີ້ ກໍເພື່ອເປັນການແລກປ່ຽນ, ປຶກສາຫາລື, ຖອດຖອນບົດຮຽນຂອງອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງຄົມ ແລະ ອົງການຈັດຕັ້ງສາກົນ ໃນການຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ຫຼາຍຂຶ້ນ; ເພື່ອຄວາມສະດວກໃນການພົວພັນປະສານງານ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ລວມທັງການສົ່ງເສີມໃຫ້ເຂົ້າເຖິງການບໍລິການທາງດ້ານສຸຂະພາບ ແລະ ການປົກປ້ອງທາງສັງຄົມ; ເພື່ອເປັນແຫຼ່ງຂໍ້ມູນກ່ຽວກັບ ຄວາມຮຸນແຮງບົນພື້ນຖານທາງເພດ ໃນການຂໍສະໜັບສະໜູນທາງນະໂຍບາຍໂຄງການ, ແຜນດຳເນີນງານຕ້ານຄວາມຮຸນແຮງ ບົນພື້ນຖານທາງເພດ.