ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/01/1949-20/01/2022),ໃນຕອນເຊົ້າວັນທີ 19 ມັງ ກອນ 2022 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ທະຫານ ຮາບຍານເກາະທີ 11 ໂດຍການຕ້ອນຮັບຂອງ ພັອ ພອນມີໄຊ ສີວົງຊຳ, ຫົວໜ້າການເມືອງກອງພັນໃຫຍ່ທະຫານຣາບຍານເກາະທີ 11 ພ້ອມດ້ວຍຄະ ນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຂອງກອງພັນໃຫຍ່ດັ່ງກ່າວ .

ກອງພັນໃຫຍ່ທະຫານຮາບຍານເກາະທີ 11 ເປັນໜຶ່ງໃນກອງພັນທະຫານ ທີ່ມີຜົນງານດີເດັ່ນ ໃນການປະຕິບັດພາລະກິດປະຕິວັດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການ ພັດທະນາເສະຖະກິດ-ສັງຄົມຂອງຊາດ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ. ເວົ້າລວມ, ຕະຫຼອດໄລຍະ 73 ປີຜ່ານມາ ກອງ ທັບປະຊາຊົນລາວ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ ຊື່ງໄດ້ຮັບຄຳສັນລະເສີນຈາກ ພັກ-ລັດ ແລະ ປະຊາ ຊົນ “ກອງທັບຍາມໃດກໍນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນ ສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ” ຢ່າງແທ້ຈິງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດວຽກງານ ຂອງກອງພັນໃຫຍ່ທະ ຫານຮາບຍານເກາະທີ 11 ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍ່ໄດ້ມີຄໍາເຫັນຊີ້ນຳຕື່ມບາງດ້ານເປັນຕົ້ນ 1. ເຊີດຊູສະຕິລະວັງຕົວ, ເປັນເຈົ້າການ ຈັດຕັ້ງຜັນຂະຍາຍແນວທາງນະໂຍບາຍຂອງພັກ-ລັດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ; 2. ກໍ່ສ້າງ, ປັບປຸງ ແລະ ອົບຮົມ ບົ່ມສອນ ກຳລັງປະກອບອາວຸດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວບໍ່ຢຸດຢັ້ງ, ຮັບປະກັນຄວາມຈົ່ງຮັກພັກດີຕໍ່ພາລະກິດຂອງພັກ ແລະ ປະເທດ ຊາດ; 3. ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກອງທັບ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ ຖືເອົາຄຸນນະພາບ ທາງດ້ານການເມືອງ-ແນວຄິດເປັນກົກ; 4. ຕ້ອງສຸມທຸກເງື່ອນໄຂຄວາມສາມາດທີ່ມີ ເພື່ອກ້າວໄປເຖິງການກຸ້ມຕົນເອງ ທາງດ້ານພະລາທິການຮອບ ດ້ານບົນພື້ນຖານປະຢັດມັດທະຍັດ; 5. ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືກັບກອງທັບປະ ເທດ ເພື່ອນມິດຍຸດທະສາດ. ຕະຫຼອດໄລຍະ 73 ປີຜ່ານມາກຳລັງພວກເຮົາໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ເຊິ່ງໄດ້ຮັບຄຳສັນລະເສີນຈາກ ພັກ-ລັດ “ກອງທັບຍາມໃດກໍ່ນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳ ເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ” ຢ່າງແທ້ຈິງ.

ເພື່ອເປັນກຳລັງໃຈ ໃຫ້ນາຍ ແລະ ພົນທະຫານ ກອງພັນທະຫານຮາບດັ່ງກ່າວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 73 ປີ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວອວຍພອນໄຊ ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທຸກຄົນ ຈົ່ງມີສຸຂະພາບ ເຂັ້ມແຂງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ພ້ອມທັງມອບເຄື່ອງຊ່ວຍເຫຼືອປ້ອງ ກັນພະຍາດໂຄວິດ-19 ແລະ ເງິນຈຳນວນໜຶ່ງໃຫ້ກອງພັນໃຫຍ່ທະຫານຮາບດັ່ງກ່າວຕື່ມອີກ.