ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ພົບປະຢ້ຽມຢາມກອງພັນໃຫຍ່ທະຫານຮາບຍານ ເກາະທີ 11ໃນວັນທີ 19 ມັງ ກອນ 2022 ເນື່ອງໃນໂອກາດສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022), ມີ ພັອ ພອນມີໄຊ ສີວົງຊຳ ຫົວໜ້າການເມືອງກອງພັນໃຫຍ່ທະຫານຮາບຍານ ເກາະທີ 11 ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານໃຫ້ ການຕ້ອນ ຮັບ.

ໃນໂອກາດທີ່ທ່ານຮອງນາຍົ ລັດຖະມົນຕີ ລົງພົບປະຢ້ຽມຢາມ ກອງພັນໃຫຍ່ທະຫານຮາບຍານ ເກາະທີ 11 ທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຢ່າງຈິງໃຈ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຊີ້ນຳ ໃຫ້ເຊີດຊູສະຕິລະວັງຕົວ, ເປັນ ເຈົ້າ ການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ-ລັດ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ; ກໍ່ ສ້າງ-ປັບປຸງ ແລະ ອົບ ຮົມບົ່ມສອນ ກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວ, ຮັບປະກັນ ຄວາມຈົງຮັກພັກດີຕໍ່ພາລະກິດ ຂອງພັກ ແລະ ປະເທດຊາດ; ສືບຕໍ່ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກອງທັບ, ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ, ເຂັ້ມແຂງ ຖືເອົາຄຸນນະພາບທາງດ້ານການ ເມືອງ-ແນວຄິດເປັນກົກ; ສຸມທຸກເງື່ອນໄຂຄວາມສາມາດທີ່ມີ ເພື່ອກ້າວໄປເຖິງການກຸ້ມຕົນເອງ ທາງດ້ານພະລາທິການຮອບດ້ານບົນພື້ນຖານ ປະຢັດມັດທະຍັດ; ປະຕິບັດແນວທາງການຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ການ ຮ່ວມມືກັບກອງທັບປະເທດເພື່ອນມິດຍຸດ ທະສາດໃຫ້ແໜ້ນແຟ້ນ.

ກອງພັນໃຫຍ່ທະຫານຮາບ ຍານເກາະທີ 11 ເປັນໜຶ່ງໃນກອງພັນທະຫານ ທີ່ມີຜົນງານດີເດັ່ນ ໃນການປະຕິບັດພາລະກິດ ປະຕິວັດປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ໃນການສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການ ພັດທະນາເສະຖະກິດ-ສັງຄົມຂອງຊາດ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງຕະຫຼອດມາ. ຕະຫຼອດໄລຍະ 73 ປີຜ່ານ ມາ, ກອງທັບປະຊາ ຊົນລາວ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ເຊິ່ງໄດ້ຮັບຄຳສັນລະເສີນຈາກ ພັກ-ລັດ ແລະ ປະຊາຊົນ ກອງ ທັບຍາມໃດກໍນຳໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນ ກຳລັງແກ່ນສານທີ່ ເຂັ້ມແຂງ ຂອງ ການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກຢ່າງແທ້ຈິງ.