ໃນໂອກາດທີ່, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະ ຊວງ ປກສ ໄດ້ເຂົ້າຮ່ວມກອງປະ ຊຸມສະຫຼຸບວຽກງານພະລາທິການປ້ອງກັນຄວາມສະ ຫງົບ ປະຈຳປີ 2021, ຄັ້ງວັນທີ 20 ມັງກອນ 2022 ໂດຍທ່ານໄດ້ໂອ້ລົມມີທິດຊີ້ນຳໃຫ້ພະນັກງານ-ນັກຮົບທີ່ມີຄວາມຮັບຜິດຊອບວຽກງານພະ ລາທິການແຕ່ລະຂັ້ນ, ນັບແຕ່ກະຊວງ, ກົມກອງ-ທ້ອງຖິ່ນເອົາໃຈ ໃສ່ອອກແຮງປັບປຸງ ແລະ ກໍ່ສ້າງວຽກງານພະລາທິການໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງໃນທຸກດ້ານ.

ທ່ານໃຫ້ທິດຊີ້ນຳວ່າ: ແຜນຮັບປະກັນພະລາທິການໃນປີ 2022 ແມ່ນໃຫ້ສືບຕໍ່ປະຕິບັດຕາມກຳນົດຄາດໝາຍໃນການປັບປຸງ-ກໍ່ສ້າງວຽກງານພະລາ ທິການໃຫ້ໜັກແໜ້ນ, ເຂັ້ມແຂງທຸກດ້ານ ເປັນຕົ້ນແມ່ນຮັບປະກັນເງິນເດືອນ-ເງິນອັດຕາກິນ, ເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການ ຈັດຊື້-ຈັດຫາ, ວຽກງານຄ້າສົ່ງ ແລະ ຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງຈຳນວນໜຶ່ງທີ່ເຫັນວ່າ ມີຄວາມຈຳເປັນ, ເປັນເຈົ້າການວາງແຜນກຳນົດ ເຂດຍຸດທະສາດໃນການຜະລິດ, ຮູບການດຳເນີນທຸລະກິດຕາມທິດຫັນໄປສູ່ການກຸ້ມຕົນເອງຮອບດ້ານ, ຫັນບັນດາລາຍຮັບໄດ້ຈາກການຜະລິດ, ການສຳປະທານເຊົ່າ-ຊັບສິນ, ລາຍໄດ້ຈາກຫົວໜ່ວຍວິຊາສະເພາະເຂົ້າຜ່ານລະບົບການຄຸ້ມຄອງປະຕູດຽວຢູ່ພະລາທິການແຕ່ລະຂັ້ນ, ສູ້ຊົນສ້າງພື້ນ ຖານວັດຖຸເຕັກນິກພື້ນຟູລະບົບສາງຄັງ, ປະກອບພາຫະນະທີ່ຈຳເປັນໃຫ້ແກ່ວຽກງານປ້ອງກັນຄວາມສະຫງົບ ຕາມຄວາມສາມາດດ້ານງົບປະມານ.

ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບເລກທີ 3519 /ປກສ ລົງວັນທີ 31 ທັນວາ 2020 ວ່າດ້ວຍວຽກງານພະລາທິການປ້ອງກັນຄວາມສະ ຫງົບໃຫ້ ປະກົດຜົນເປັນຈິງ, ຈັດຕັ້ງປະຕິ ບັດຄໍາສັ່ງສະບັບເລກທີ 418/ປກສ ລົງວັນທີ 6 ກຸມພາ 2020 ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍ ຮັບວິຊາການຜ່ານປະຕູດຽວຂອງກຳລັງປ້ອງກັນຄວາມ ສະຫງົບ ແລະ ຄົ້ນຊອກແຫຼ່ງ ລາຍຮັບໃໝ່ຈາກການເກັບລາຍ ຮັບບໍລິຫານວິຊາການໃຫ້ ລວມສູນຜ່ານປະຕູດຽວຢູ່ພະລາທິການແຕ່ລະຂັ້ນ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ ສະບັບເລກທີ 2146/ ປກສ ລົງວັນທີ 22 ພະຈິກ 2021 ວ່າດ້ວຍ ການສ້າງພະລາທິການກັບທີ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ ແລະ ກໍານົດເປັນຫົວຂໍ້ແຂ່ງ ຂັນເພື່ອຊຸກຍູ້ ວຽກງານດັ່ງກ່າວ.

ໄປຄຽງຄູ່ກັບການສຸມໃສ່ຂຸດຄົ້ນແຫຼ່ງລາຍຮັບຈາກການຜະລິດ-ທຸລະກິດ ໂດຍນຳໃຊ້ເງື່ອນໄຂທ່າແຮງບົ່ມຊ້ອນດ້ານຕ່າງໆຂອງບັນດາກົມກອງລວມ ໝູ່ອ້ອມຂ້າງກະຊວງ, ກອງບັນຊາການ ປກສ ແຂວງ ປກສ ນະຄອນຫຼວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງ ໃນຂອບເຂດທົ່ວປະເທດ ເພື່ອ ສ້າງເສດຖະກິດດ້ວຍການປູກຝັງ, ລ້ຽງສັດ, ຜະລິດເປັນສິນຄ້າຕາມຄວາມສາມາດ, ບົນພື້ນຖານໃຫ້ສອດຄ່ອງກັບລະບຽບກົດໝາຍແນໃສ່ສ້າງລາຍ ຮັບໃຫ້ກຳລັງປ້ອງກັນຄວາມສະຫງົບ ນັບມື້ນັບຫຼາຍຂຶ້ນ.