ກອງປະຊຸມຄົບຄະນະບໍລິ ຫານງານອົງຄະນະພັກກົມໃຫຍ່ ການເມືອງ ກະຊວງ ປກສ ຄັ້ງທີ IV ສະໄໝທີ VI ໄດ້ຈັດຂຶ້ນໃນວັນ ທີ 21 ມັງກອນ 2022 ເປັນປະ ທານໂດຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ເລຂາຄະນະ ພັກກົມໃຫຍ່ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະນໍາກົມໃຫຍ່, ຄະນະບັນຊາ ກົມກອງອ້ອມຂ້າງເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງເລຂາຄະນະພັກກົມໃຫຍ່ ຮອງຫົວໜ້າ ກົມໃຫຍ່ການເມືອງ ປກສ ໄດ້ ຜ່ານຮ່າງບົດສະຫຼຸບ ການເຄື່ອນ ໄຫວຊີ້ນໍາ-ນໍາພາຂອງຄະນະພັກ ກົມໃຫຍ່ການເມືອງ ປກສ ໃນປີ 2021 ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນປົກກະຕິດ້ວຍຫຼາຍຮູບ, ຫຼາຍວິທີການເປັນຕົ້ນ ແມ່ນໄດ້ຫັນລົງເເຕ່ ລະຮາກຖານພັກຢ່າງແທດເຖິງເຮັດໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດ ມີຄຸນທາດການເມືອງໜັກແໜ້ນມີຄຸນສົມບັດສິນທໍາປະຕິວັດ, ຈົ່ງ ຮັກພັກດີຕໍ່ພັກ ແລະ ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ ສັດບໍລິສຸດ, ເປັນກໍາລັງປະກອບອາ ວຸດປະຕິວັດຂອງພັກຢ່າງເເທ້ຈິງ, ຕັ້ງໜ້າຝຶກ ຝົນຫຼ່ໍຫຼອມຕົນເອງ ແລະ ເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ ເປັນຕົ້ນແມ່ນວຽກງານໂຄສະນາອົບຮົມ ເປັນເສນາທິການໃນການເປີດບັ້ນດໍາ ເນີນຊີວິດການເມືອງ ຕີລາຄາແບ່ງປະເພດ ສະມາຊິກພັກ, ນາຍ ແລະ ພົນຕໍ່າຫຼວດ ທົ່ວກົມໃຫຍ່ການເມືອງ ປກສ.

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ. ນອກນັ້ນ, ຍັງໄດ້ຈັດຕັ້ງ ຮໍ່າຮຽນ, ຄົ້ນຄວ້າເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆ ເປັນຕົ້ນ: ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ໂດຍຕິດພັນກັບ ວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ; ຈັດຕັ້ງປາຖະກະຖາ ເລົ່າມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງກໍາລັງປະກອບອາວຸດ, ຖືເອົາບັ້ນດໍາເນີນຊີວິດການເມືອງ ເເຕ່ລະຄັ້ງເປັນການປັບປຸງປົວແປງ ພາຍໃນພັກແກ້ໄຂປະກົດການ ຫຍໍ້ທໍ້ໃນກໍາລັງຕິດພັນກັບການປະຕິບັດ ມາດຕະການປ້ອງກັນພະຍາດໂຄວິດ-19 ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.