ກອງປະຊຸມສະຫຼຸບວຽກ ງານປ້ອງກັນຊາດ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022 ຂອງກະຊວງ ປ້ອງກັນປະເທດ ຈັດຂຶ້ນໃນ ວັນທີ 25 ມັງກອນ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ຮອງປະ ທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາທີ່ເປັນຕົວແທນຈາກອົງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ເຂົ້າຮ່ວມ.

ສະຫາຍ ພົອຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງ ປະຊຸມບາງຕອນວ່າ: ການດໍາ ເນີນກອງປະຊຸມໃນຄັ້ງນີ້ ແມ່ນນອນຢູ່ໃນທ່າມກາງບັນຍາ ກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ພ້ອມດຽວກັນນັ້ນກໍ ສ້າງຂະບວນການຂໍ່ານັບຮັບ ຕ້ອນບັນດາວັນບຸນໃຫຍ່ທີ່ສໍາ ຄັນຂອງຊາດ, ຂອງພັກ ເປັນຕົ້ນ ແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ, ຕິດພັນ ກັບຂະບວນການກໍ່ສ້າງໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດ ໃສ, ປອດໄພ, ປອດຄະດີ), ການ ສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດ ທະນາ ຢ່າງເປັນຂະບວນຟົດຟື້ນ.

ໃນປີ 2021 ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄື: ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງ, ພວກເຮົາສາມາດຍາດໄດ້ຜົນ ສໍາເລັດໃນຫຼາຍດ້ານ ໂດຍສະ ເພາະແມ່ນຮັບປະ ກັນໃຫ້ປະເທດ ຊາດມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ ແລະ ແກ້ໄຂຄວາມ ທຸກ ຍາກຂອງປະຊາຊົນຢ່າງໜັກ ແໜ້ນ ແລະ ມີຜົນສໍາເລັດເປັນ ຢ່າງດີ ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວເຮົາ ພົ້ນເດັ່ນຂຶ້ນ ໃນເວທີສາກົນ ແລະ ພາກພື້ນ, ໃນນັ້ນກອງທັບເຮົາ ໄດ້ເປັນກໍາ ລັງຫຼັກແຫຼ່ງໃນການປ້ອງກັນບັນ ດາວັນບຸນ ແລະ ກອງປະຊຸມສໍາ ຄັນດັ່ງກ່າວມີຄວາມສະຫງົບ ປອດໄພ 100%, ສ້າງໄດ້ຄວາມ ເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກ ການນໍາພັກ-ລັດ ກໍຄືປະຊາຊົນ ລາວບັນດາເຜົ່າ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາຄືນການຈັດ ຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນປີຜ່ານມາ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເພື່ອ ຄວາມເປັນເອກະພາບໃນການ ປັບປຸງກໍ່ສ້າງກອງທັບໃຫ້ມີການ ຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມ ນັ້ນຈະໄດ້ພ້ອມກັນຄົ້ນຄວ້າເປັນ ເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2022. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມຈົ່ງພ້ອມກັນຍົກສູງຈິດ ໃຈເປັນເຈົ້າຕົນເອງ, ເສີມຂະ ຫຍາຍປະຊາທິປະໄຕ ແລະ ມີ ຄວາມຮັບຜິດຊອບໃນການເບິ່ງ ບັນຫາ, ຕີລາຄາສະພາບການ ໃຫ້ຖືກຕ້ອງ, ພາວະວິໄສ, ຕ້ອງ ເບິ່ງຄືນບັນດາໜ້າວຽກທີ່ເຮັດ ໄດ້ ແລະ ບັນຫາທີ່ຫຍໍ້ທໍ້ ແລະ ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນປີ 2022 ໃຫ້ແທດ ເໝາະກັບສະພາບແວດ ລ້ອມຕົວ ຈິງຂອງກອງທັບເຮົາ, ບົນພື້ນ ຖານຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸໃຫ້ມີການ ຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມ ດັ່ງກ່າວຈະໄດ້ດໍາເນີນໄປເປັນ ເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວ: ນາງ ນາລີ ທະວີພອນ