ຂປລ. ໃນວັນທີ 25 ມັງກອນ 2022 ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ທັງເປັນປະທານຄະນະກຳມະການ ປກຊ-ປກສ ແຂວງ ພ້ອມຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ອວຍພອນ ນາຍ ແລະ ພົນທະຫານ ກຳລັງຫລວງ ແລະ ກຳລັງທ້ອງຖິ່ນ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 73 ປີ.

ໃນການເຄື່ອນໄຫວຄັ້ງນີ້, ໄດ້ຢ້ຽມຢາມກອງພັນໃຫຍ່ປ້ອງກັນອາກາດ 645, ເຄື່ອນໄຫວຢ້ຽມຢາມ ກອງບັນຊາການທະຫານແຂວງຈຳປາສັກ, ຈາກນັ້ນໄດ້ຢ້ຽມຢາມ ກອງພົນທະຫານຮາບທີ 5 ແລະ ອົງການໄອຍະການທະຫານພາກໃຕ້, ສານທະຫານພາກໃຕ້ ແລະໂຮງງານປະສານເຫລົ່າ ພາກໃຕ້, ໂດຍມີ ຄະນະພັກ-ຄະນະນຳ ພ້ອມດ້ວຍ ນາຍ ແລະ ພົນທະຫານ ຂອງ ແຕ່ລະກົມກອງ ໃຫ້ການຕ້ອນຮັບ.ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງ ຕະຫລອດຮອດ ປະຊາຊົນຊາວແຂວງຈຳປາສັກ ກ່າວຄຳອວຍພອນໄຊອັນປະເສີດ ແກ່ສະຫາຍຄະນະພັກ-ຄະນະນຳ ພ້ອມດ້ວຍ ນາຍ ແລະ ພົນທະຫານ ກຳລັງປະກອບອາວຸດ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ 73 ປີ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ສືບຕໍ່ຮັກສາທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະ ຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງຈຳປາສັກ.

ໃນການຢ້ຽມຢາມອວຍພອນຄັ້ງນີ້, ອົງການປົກຄອງແຂວງ ໄດ້ຮ່ວມກັບສະມາຄົມນັກທູລະກິດຍິງແຂວງ, ສະມາຄົມນັກທູລະກິດໜຸ່ມແຂວງ, ບໍລິສັດນາລິນ ກໍ່ຄືທົ່ວສັງຄົມ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ເຄື່ອງໃຊ້ ແລະ ເງິນສົດຈຳນວນໜຶ່ງ ມອບໃຫ້ແຕ່ລະກົມກອງກຳລັງ, ໂດຍມີຄະນະພັກ-ຄະນະນຳ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມໃນການມອບຮັບດັ່ງກ່າວ.ຂ່າວ-

ພາບ: ທັດຊະນະ