ກອງພົນທີ 2 ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022 ) ໃນທ້າຍອາທິດຜ່ານມາ, ປາຖະກະຖາໂດຍ ພົຈວ ວຽງແກ້ວ ສີສຸລາດ ຫົວໜ້າການ ເມືອງກອງພົນທີ 2, ມີຄະນະຫ້ອງ, ພະແນກການ, ກອງພັນໃຫຍ່, ກອງ ພັນນ້ອຍ, ກອງຮ້ອຍເອກະລາດ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ພົຈວ ວຽງແກ້ວ ສີສຸລາດ ໄດ້ຍົກໃຫ້ເຫັນວ່າ: ວັນທີ 20 ມັງກອນ 1949, ກອງລາດຊະວົງແມ່ນຕົ້ນກໍາເນີດຂອງກອງທັບປະຊາຊົນລາວໃນປັດຈຸບັນ. ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາ ແລະ ບັນຊາໂດຍກົງ, ນັ້ນແມ່ນວັນແຫ່ງການເຕົ້າໂຮມບັນ ດາກອງກໍາລັງປະກອບອາວຸດທີ່ໄດ້ສ້າງຕັ້ງຂຶ້ນໃນເຂດທີ່ໝັ້ນຂອງການປະຕິວັດ; ເຊິ່ງແມ່ນເຫດການມູນເຊື້ອທີ່ສໍາຄັນຄັ້ງໃຫຍ່ຫຼວງທີ່ສຸດທາງການເມືອງໃນປະຫວັດສາດຂອງຊາດລາວເຮົາ, ແມ່ນບາດລ້ຽວປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນ ລາວບັນດາເຜົ່າ ໄດ້ສືບຕໍ່ດໍາເນີນການຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ຢ່າງຕໍ່ເນື່ອງລຽນຕິດ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ ແລະ ຍິ່ງຕີຍິ່ງເຂັ້ມແຂງ ແລະ ສາມາດນໍາພາປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ.

ໄລຍະປີ 1975 ມາເຖິງປັດຈຸບັນກອງທັບໄດ້ປະຕິບັດສອງໜ້າ ທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກອງທັບໄດ້ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອວິລະຊົນ ມູນເຊື້ອອັນພິອາດຫານກ້າແກ່ນເດັດດ່ຽວໜຽວແໜ້ນ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດປັບປຸງກໍ່ສ້າງກໍາລັງ, ອົບຮົບ-ຫັດແອບ, ປັບປຸງລະບຽບແບບແຜນໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.

ຄຽງຄູ່ກັບການປະຖະກະຖາຄັ້ງນີ້, ໃນພິທີ ພົຈວ ວຽງແກ້ວ ສີສຸ ລາດ ກໍໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງນໍາເອົາເນື້ອໃນເອກະສານໄປຈັດຕັ້ງເຜີຍແຜ່ຢູ່ກົມກອງໃຫ້ພະນັກງານນັກງານ-ນັກຮົບໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ມູນເຊື້ອຂອງກອງທັບ, ກໍາແໜ້ນ ແລະ ຍົກສູງຄຸນທາດການເມືອງຂອງຕົນເຊີດຊູນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ເພື່ອເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.