ກອງບັນຊາການ ປກສ ແຂວງຈຳປາສັກ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ວາງທິດທາງແຜນການວຽກງານປະຈໍາປີ 2022 ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານ ໂດຍ ພັທ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຄະນະພັກ-ຄະນະບັນຊາ ປກສ ແຂວງ ພະ ນັກງານຫຼັກແຫຼ່ງອ້ອມຂ້າງ ປກສ ແຂວງ ເຂົ້າຮ່ວມ.

ພັທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ວ່າ: ໃນ 1 ປີຜ່ານມາ, ກອງບັນຊາການ ໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງນຳພາ-ແນວຄິດໃຫ້ແກ່ພະນັກງານສະມາຊິກພັກ. ຕະຫຼອດຮອດພະ ນັກງານ-ນັກຮົບ ໂດຍຕິດພັນກັບການເຮັດວຽກງານວິຊາສະເພາະ ເປັນຕົ້ນແມ່ນວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ໃນນີ້, ໄດ້ສຸມໃສ່ 1 ແຜນງານ 4 ໂຄງການ ແລະ 12 ແຜນວຽກຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ແລະ ໄດ້ຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດເປັນໃຈກາງ ດ້ວຍການສ້າງບ້ານພັດທະນາຕາມທິດຊີ້ນຳຂອງແຂວງ, ຂອງເມືອງ ຫັນລົງກໍ່ສ້າງຮາກຖານ ໂດຍປະຕິບັດ 4 ເນື້ອໃນ 4 ຄາດໝາຍຂອງການກໍ່ສ້າງຮາກຖານ ແລະ ບັນດາຄາດໝາຍຂອງວຽກງານຈຸດສຸມເປັນບ່ອນອີງ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ຂີ້ລັັກງັດແງະ, ລັກລອບຕັດໄມ້ທຳລາຍປ່າ, ການ ໂຄສະນາຊວນເຊື່ອທາງດ້ານສາສະໜາ ແລະ ຮີດຄອງປະເພນີ, ຊາວໜຸ່ມເສບຢາເສບຕິດ, ການກໍ່ອາລະວາດຕີກັນໃນງານບຸນ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ ແລະ ບັນຫາອື່ນໆ.

ໃນທົ່ວແຂວງຈຳປາສັກ ມີຄະດີອາຍາເສດຖະກິດເກີດຂຶ້ນ ທັງໝົດ 205 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 292 ຄົນ ຍິງ 10 ຄົນ, ເດັ່ນກ່ວາໝູ່ແມ່ນຄະດີລັກຊັບເກີດຂຶ້ນ ທັງໝົດ 106 ເລື່ອງ, ຄາດຕະກຳ 8 ເລື່ອງ, ຊິງຊັບ 10 ເລື່ອງ, ທຽບໃສ່ປີ 2020 ຄະດີຫຼຸດລົງ 44 ເລື່ອງ; ຄຽງຄູ່ກັນນັ້ນ, ຍັງໄດ້ສຸມໃສ່ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ເຊິ່ງສາມາດມ້າງຄະດີຄ້າຂາຍຢາເສບຕິດໄດ້ 470 ເລື່ອງ , ກັກຜູ້ຖືກຫາ ໄດ້ 739 ຄົນ ຍິງ 39 ຄົນ, ຍຶດຂອງກາງຢາບ້າ ໄດ້ 523.977 ເມັດ, ຢາໄອສ໌ 225 ກິໂລກຼາມ ກັບ 54,73 ກຼຣາມ, ເຮໂຣອິນ 8,5 ກຼຣາມ, ຢາອີ 2 ເມັດ, ລົດ ໃຫ່ຍ 16 ຄັນ, ລົດຈັກ 104 ຄັນ, ເງິນກີບ 178.415.000 ກີບ, ເງິນບາດ 90.820 ບາດ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ, ທົ່ວແຂວງມີອຸບັດຕິເຫດເກີດ ຂຶ້ນ 723 ລາຍ, ໄດ້ຮັບບາດເຈັບທັງໝົດ 1.174 ຄົນ ຍິງ 330 ຄົນ, ເສຍຊີ ວິດ 83 ຄົນ ຍິງ 12 ຄົນ, ພາຫະນະ ເປ່ເພ ທັງໝົດ 226 ຄັນ, ໃຊ້ການ ບໍ່ໄດ້ 8 ຄັນ ລວມມູນຄ່າເສຍຫາຍ ທັງໝົດ 4.162.000.000 ກວ່າ ກີບ, ຖ້າທຽບໃສ່ປີ 2020 ອຸບັດ ຕິເຫດແມ່ນຫຼຸດລົງ 155 ລາຍ, ຄົນເສຍຊີວິດ 39 ຄົນ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ທົ່ວແຂວງ ມີ 134.232 ຄອບຄົວ, ມີ 131.203 ຫຼັງຄາເຮືອນ; ໃນນັ້ນ, ມີຄອບຄົວຄົນລາວ 133.433 ຄອບຄົວ, ຄອບຄົວຕ່າງດ້າວ ມີ 890 ຄອບຄົວ, ສາມາດອອກບັດປະຈຳຕົວໄດ້ 4.818 ຄົນ ຍິງ 2.040 ຄົນ.

ສໍາລັບທິດທາງແຜນການໃນຕໍ່ໜ້າ, ຈະສຶກສາອົບຮົມການເມືອງ -ແນວຄິດໃຫ້ພະນັກງານ-ນັກຮົບ, ແນໃສ່ສ້າງໃຫ້ໄດ້ພະນັກງານທີ່ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ, ດ້ານລະບຽບວິໄນ, ດ້ານການຈັດຕັ້ງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມເສຍ ສະລະ, ຕັ້ງໜ້າປະຕິບັດໜ້າທີ່ຕາມການມອບໝາຍດ້ວຍຜົນສໍາເລັດເປັນຢ່າງສູງ.