ໃນວັນທີ 19 ມັງກອນ 2022, ແຂວງຄໍາມ່ວນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ພົຈວ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ, ມີບັນດາພະແນກການ, ກຳລັງ ປກຊ-ປກສ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ໄດ້ຫວນຄືນເຖິງປະຫວັດການກຳເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

20 ມັງກອນ ປີ 1949, ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນປະຕິວັດລາວ ໄດ້ຜ່ານຜ່າອຸປະສັກນາໆປະການ ບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳ ປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ.

ຕະຫຼອດໄລຍະເວລາແຫ່ງການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ 73 ປີ ຜ່ານມາ, ກອງທັບພວກເຮົາໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ, ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວ.

ໃນການປາຖະກະຖາຄັ້ງນີ້ ເພື່ອແນໃສ່ສຶກສາອົບຮົມພະນັກງານ-ສະມາຊິກພັກທີ່ເຂົ້າຮ່ວມ ໄດ້ເຊື່ອມຊຶມເຂົ້າໃຈເຖິງມູນເຊື້ອນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕ, ແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ເພື່ອເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ນໍາເອົາແນວທາງ ແລະ ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດຄຸນງາມຄວາມດີ ບັນດາຜູ້ນຳຮຸ້ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບປະສິດທິພາບສູງ.