ໃນວັນທີ 26 ມັງກອນ 2022, ພັອ ນາງ ຄຳຢາດ ວິໄລວັນ ຫົວໜ້າຫ້ອງແມ່ຍິງ ກະຊວງ ປກສ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງກຳມະບານ ກະຊວງ ປກສ ກ່າວຮັບໂດຍ ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກຳມະບານ ເນື່ອງໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ( 1 ກຸມພາ 1956-1 ກຸມພາ 2022 ) ທີ່ຈະມາໃນມໍ່ໆນີ້.

ໂອກາດດັ່ງກ່າວ ພັອ ນາງ ຄຳຢາດ ວິໄລວັນ ໄດ້ກ່າວສະແດງຄໍາອວຍພອນ ພ້ອມທັງຕີລາຄາສູງຕໍ່ຜົນງານການເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງກໍາລັງກໍາມະບານ ປກສ ທີ່ຍາດໄດ້ຜົນງານຫຼາຍດ້ານ ຕະຫຼອດໄລຍະຜ່ານມາ ເຊິ່ງກໍາມະບານກະຊວງ ປກສ ໄດ້ເຄື່ອນໄຫວຕາມພາລະບົດບາດ ເປັນຕົ້ນແມ່ນ ການປົກປ້ອງສິດ, ຜົນກະໂຫຍດອັນຊອບທໍາຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານ ກໍຄືສະມາຊິກກໍາມະບານກະຊວງ ປກສ; ເຊິ່ງໄດ້ຮັບການເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈຈາກພັກ-ລັດ ປະຊາຊົນບັນດາເຜົ່າຕະຫຼອດມາ.

ພ້ອມດຽວກັນນີ້, ພັອ ວັນນະເລດ ບຸດຕະວົງ ໄດ້ຕາງໜ້າໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ສະແດງຄວາມຂອບໃຈຕໍ່ຄະນະຫ້ອງແມ່ຍິງ ກະຊວງ ປກສ ທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ.