ຄະນະສານຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ນຳເອົາຄະດີ 6 ເລື່ອງມາຕັດສິນ ໃນວັນ ທີ 14 ມັງກອນ 2022 ເຊິ່ງສານໄດ້ພິຈາລະນາຕັດສິນລົງໂທດຈຳເລີຍແຕ່ລະຄະດີ ດັ່ງນີ້:

+ ທ້າວ ອານຸວື ອາຍຸ 27 ປີ

ເປັນປະຊາຊົນຢູ່ບ້ານຫ້ວຍຍໍາ ເມືອງໄຊ ແຂວງອຸດົມໄຊ, ຖືກກັກຕົວໃນວັນທີ 10 ມີນາ 2021 ໃນຂ້ໍຫາເຄື່ອນໄຫວຂົນສົ່ງຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈໍານວນ 12.000 ເມັດ, ນ້ໍາໜັກ 1,2 ກິໂລກຼາມ, ເຄື່ອງຕິດຕົວມີໂທລະສັບມືຖື ຍີ່ຫໍ້ຊໍາຊຸງ ສີຂາວ 1 ເຄື່ອງ, ເງິນ 15.000 ກີບ, ລົດຈັກຮອນດ້າຄຣິກໄອ ສີແດງດໍາ ບໍ່ມີໝາຍເລກທະບຽນ 1 ຄັນ.

ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດທີ່ຖ້ວນ ແລະ ພາວະວິໄສແລ້ວ ເຫັນວ່າ ຈໍາເລີຍມີຄວາມຜິດຕາມຂໍ້ກ່າວຫາແທ້ ຄະນະສານແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ອານຸວື (ຈຳເລີຍ) ໃຫ້ຈຳຄຸກຕະຫຼອດຊີວິດ ແລະ ປັບໃໝ 500.000.000  ກີບ, ຮິບຢາບ້າ ຈຳນວນ 12.000 ເມັດ,  ນ້ຳໜັກ 1,2 ກິໂລກຼາມ ມາທຳລາຍຖິ້ມ, ຮິບລົດຈັກຍີ່ຫໍ້ຮອນດ້າຄຣິກໄອ ຂອງຈຳເລີຍມາເປັນຂອງລັດ ແລະ ສົ່ງໂທລະສັບມືຖື ຍີ່ຫໍ້ຊຳຊຸງ ສີຂາວ 1 ໜ່ວຍ, ເງິນກີບ 15.000 ກີບ ໃຫ້ຈໍາເລີຍ.

+ ທ້າວ ເຈຍຢ້າ ອາຍຸ 36 ປີ

ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ, ຖືກກັກຕົວໃນວັນທີ 6 ກໍລະກົດ 2021 ໃນຂໍ້ຫາມີຢາບ້າໄວ້ໃນຄອບ ຈຳນວນ 2 ຖົງ, ມີ 406 ເມັດ, ນ້ຳໜັກ 40,7 ກຼາມ, ຄະນະສານໄດ້ພິຈາລະນາຕັດສິນລົງໂທດ ທ້າວ ເຈຍຢ້າ (ຈໍາເລີຍ) ຈຳຄຸກ 6 ປີ ແລະ ປັບໃໝ 12.000.000 ກີບ, ຮິບຢາບ້າຈໍານວນ 2 ຖົງ, ມີ 406 ເມັດ, ນ້ໍາໜັກ 40,7 ກຼາມ ຂອງຈຳເລີຍມາທຳລາຍຖິ້ມ.

+ ທ້າວ ແສງທອງ ອາຍຸ 44 ປີ

ປະຊາຊົນຢູ່ບ້ານຫ້ວຍລ້ອມ ເມືອງງາ ແຂວງອຸດົມໄຊ, ຖືກກັກຕົວໃນວັນທີ 28 ພຶດສະພາ 2021ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງເພື່ອເສບ ຈໍານວນ 21 ເມັດ, ນ້ໍາໜັກ 2,1 ກຼາມ, ຄະນະສານໄດ້ພິຈາລະນາຕັດສິນລົງໂທດຕັດຈໍາຄຸກ 2 ປີ ແລະ ປັບໃໝ 10.000.000 ກີບ.

+ ທ້າວ ຕູວ້າ ອາຍຸ 26 ປີ

ຢູ່ບ້ານຫຼັກ 32 ເມືອງໄຊ ແຂວງອຸດົມໄຊ, ຖືກກັກຕົວວັນທີ 20 ມີຖຸນາ 2021 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 67 ເມັດ, ນ້ຳໜັກ 6,8 ກຼາມ, ສານໄດ້ພິຈາລະນາຕັດສິນລົງໂທດ ທ້າວ ຕູວ້າ (ຈຳເລີຍ) ຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ, ຮິບລົດຈັກຮອນດ້າສີຟ້າຂາວ 1 ຄັນ ບໍ່ມີໝາຍເລກທະບຽນ ມາເປັນຂອງລັດ ແລະ ສົ່ງໂທລະສັບມືຖື ຍີ່ຫໍ້ຢູນິເທວ ສີດຳ 1 ໜ່ວຍ ແລະ ໂມງໃສ່ແຂນ 1 ໜ່ວຍ ຄືນໃຫ້ຈຳເລີຍ.

+ ທ້າວ ລາວກົວ ອາຍຸ 29 ປີ ແລະ ນາງ ໃຈວື ອາຍຸ 27 ປີ

ທັງສອງຢູ່ບ້ານໄຊຊະນະ ເມືອງປາກແບງ ແຂວງອຸດົມໄຊ, ຖືກກັກຕົວວັນທີ 27 ກັນຍາ 2020 ໃນຂໍ້ຫາຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 1.920 ເມັດ, ນ້ຳໜັກ 190,2 ກຼາມ, ສານໄດ້ຕັດສິນລົງໂທດ ທ້າວ ລາວກົວ (ຈຳເລີຍ) ຈໍາຄຸກ 10 ປີ, ປັບໃໝ 100.000.000 ກີບ ແລະ ນາງ ໃຈວື (ຈໍາເລີຍ) 5 ປີ ແລະ ປັບໃໝ 100.000.000 ກີບ.

+ ທ້າວ ສົມສະນຸກ ອາຍຸ 33 ປີ

ປະຊາຊົນຢູ່ບ້ານນ້ຳຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ຖືກກັກຕົວວັນທີ 1 ມີຖຸນາ 2021 ໃນຂໍ້ຫາມີຢາບ້າໄວ້ໃນຄອບຄອງ ຈຳນວນ 92 ເມັດ, ນ້ຳໜັກ 9,6 ກຼາມ, ສານຕັດສິນລົງໂທດ ທ້າວ ສົມສະນຸກ (ຈໍາເລີຍ) ຈຳຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ, ສົ່ງໂທລະສັບຍີ່ຫໍ່ຢູນິໂຟນສີທອງ 1 ເຄື່ອງ, ເງິນກີບຈໍານວນ 150.000 ກີບ ໃຫ້ຈໍາເລີຍ ແລະ ຮິບຢາບ້າທັງໝົດຂອງຈໍາເລີຍ ມາທຳລາຍຖິ້ມ.