ອະນຸກໍາມະການກອງເລຂາ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນວັນທີ 26 ມັງກອນ 2022, ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີບັດດາທ່ານຫົວໜ້າກົມ, ຮອງກົມ ພ້ອມດ້ວຍອະນຸກໍາມະການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

+ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ແຕ່ເດືອນກັນຍາ ຫາ ເດືອນທັນວາ 2021 ວ່າ:

ຕະຫຼອດໄລຍະຜ່ານມາ, ຄະນະຮັບຜິດຊອບຊີ້ນໍາ ແລະ ອະນຸກໍາມະການທຸກຂັ້ນ ໄດ້ເປັນເຈົ້າການໃນການເພີ່ມທະວີຍົກລະດັບ ການນໍາພາ-ຊີ້ນໍາການເຄື່ອນໄຫວພາລະບົດບາດເປັນໃຈກາງປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມຂອບເຂດຄວາມຮັບຜິດຊອບຢ່າງມີຈຸດສຸມ. ໃນນັ້ນ, ໄດ້ສ້າງແຜນການເຄື່ອນໄຫວລະອຽດ ໂດຍແບ່ງອອກເປັນ 3 ໄລຍະຄື:

+ ໄລຍະທີ 1: ໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊຶມບັນດາເອກະສານທີ່ກ່ຽວຂ້ອງກັບວາລະແຫ່ງຊາດ

ໂດຍໄດ້ສໍາເລັດການລົງເຜີຍແຜ່ບັນດາເອກະສານທີ່ກ່ຽວຂ້ອງ ໃຫ້ພາກສ່ວນຕ່າງໆຢູ່ 17 ແຂວງ 1 ນະຄອນຫຼວງ. ນອກນັ້ນ, ບັນດາການນໍາກະຊວງ ປກສ ຍັງໄດ້ເຄື່ອນໄຫວເຜີຍແຜ່-ເຊື່ອມຊຶມຢູ່ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ທັງໝົດ 7 ແຫ່ງ.

+ ໄລຍະທີ 2: ໄລຍະຈັດຕັ້ງປະຕິບັດແຜນການ ແລະ ແກ້ໄຂບັນຫາຢາເສບຕິດໄປຕາມແຜນວຽກຈຸດສຸມທີ່ກໍານົດໄວ້

ເຊິ່ງເປັນໄລຍະທີ່ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດ ໂດຍໄດ້ຫັນເອົາກໍາລັງຈາກສູນກາງລົງໄປປະຈໍາຈຸດກວດກາ ຈໍານວນ 4 ຈຸດ ຄື: ຢູ່ແຂວງອຸດົມໄຊ 1 ຈຸດ, ແຂວງຫຼວງນໍ້າທາ 1 ຈຸດ ແລະ ແຂວງບໍ່ແກ້ວ 2 ຈຸດ. ພ້ອມດຽວກັນນັ້ນ, ກໍໄດ້ຊຸກຍູ້ປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໂດຍການເປັນຫູ-ເປັນຕາ, ແຈ້ງ-ລາຍງານສະພາບທີ່ກ່ຽວຂ້ອງກັບບັນຫາຢາເສບຕິດຕໍ່ເຈົ້າໜ້າທີ່, ເຮັດໃຫ້ສາມາດສະກັດກັ້ນ-ຈັບກຸ່ມແກ້ງຄ້າຂາຍຢາເປັບຕິດ ມາດໍາເນີນຄະດີໄດ້ເປັນຈໍານວນຫຼາຍ.

ຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດໄລຍະຕົ້ນ ສາມາດແກ້ໄຂຄະດີຢາເສບຕິດໄດ້ຈໍານວນ 2.884 ເລື່ອງ, ຈັບຜູ້ຖືກຫາໄດ້ 3.989 ຄົນ, ຢຶດຂອງກາງຢາບ້າໄດ້ 125 ລ້ານເມັດ, ຢາໄອສ໌ 2.521 ກິໂລກຼາມ, ໄດ້ລົດໃຫຍ່, ລົດຈັກ, ເຮືອ ແລະ ອາວຸດປືນ ພ້ອມລູກປືນຈໍານວນໜຶ່ງ.

ນອກນັ້ນ, ຍັງສາມາດຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດທົ່ວປະເທດ ໄດ້ 1.969 ຄົນ ຍິງ 176 ຄົນ, ເປົ້າໝາຍຢາເສບຕິດທີ່ໂຕນໜີຈາກຄ້າຍຄຸມຂັງ ມີ 7 ຄົນ, ເປົ້າໝາຍທີ່ພົ້ນໂທດອອກໄປແລ້ວຍັງມີການເຄື່ອນໄຫວ ມີ 196 ຄົນ, ເປົ້າໝາຍທີ່ມີຄໍາສັ່ງຈັບຕົວ ມີ 100 ຄົນ. ສໍາລັບບັນຊີເປົ້າໝາຍພື້ນທີ່ຫຼ່ໍແຫຼມນໍາເຂົ້າ-ສົ່ງອອກຢາເສບຕິດ ມີ 9 ຈຸດ ແລະ ພື້ນທີ່ຫຼ່ໍແຫຼມນໍາເຂົ້າ-ສົ່ງອອກສານເຄມີຕົ້ນ ມີ 4 ຈຸດ.

ແຕ່ນີ້ຈົນຮອດເດືອນສິງຫາ ປີ 2023, ຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດ 6 ວຽກງານຈຸດສຸມທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ ຄື:

  • ວຽກງານສ້າງຄວາມຮັບຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອັບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ;
  • ວຽກງານສ້າງປັບປຸງກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ;
  • ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ອົງການປະຊາຊົນ, ອົງການປະຕິບັດຄຳຕັດສິນຂອງສານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ;
  • ວຽກງານຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ;
  • ວຽກງານປັບປຸງຂີດຄວາມສາມາດການເຄື່ອນໄຫວເຮັດໜ້າທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອຊີ້ນຳ-ນຳພາການແກ້ໄຂບັນຫາຢາເສບຕິດທີ່ເກີດຂື້ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  • ວຽກງານເພີ່ມທະວີການຮ່ວມມືສາກົນ.

+ ໄລຍະທີ 3 ແຕ່ເດືອນກັນຍາ ຫາ ເດືອນທັນວາ 2023

ຈະເປັນໄລຍະສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.