ວັນທີ 26 ມັງກອນ 2022, ກົມໃຫຍ່ການເມືອງ ກະຊວງ ປກສ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2022, ເປັນປະທານໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະກົມໃຫຍ່, ກົມກອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັອ ພອນເພັງ ຫຼ້າບັນດິດ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນລາຍງານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກົມໃຫຍ່ການເມືອງ ໃນປີ 2021 ຜ່ານມາ ໂດຍໄດ້ຍົກໃຫ້ເຫັນວ່າ:

ຕະຫຼອດໜຶ່ງປີຜ່ານມາ, ກົມໃຫຍ່ການເມືອງ ປກສ ໄດ້ເອົາໃສ່ກໍ່ສ້າງ ແລະ ປັບປຸງກຳລັງ ປກສ ໃຫ້ມີຄວາມປອດໃສ, ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມສຳນິຊຳນານທາງດ້ານວິຊາສະເພາະ, ມີແບບແຜນນຳພາ-ບັນຊາເຄື່ອນໄຫວວຽກງານຢ່າງມີວິທະຍາສາດ ແລະ ຫັນກຳລັງເຂົ້າສູ່ຄວາມທັນສະໄໝຢ່າງແຂງແຮງ.

ສໍາລັບວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ, ມູນເຊື້ອຂອງພັກ, ຂອງຊາດ, ຄໍາສັ່ງ ແລະ ບັນດາເອກະສານສໍາຄັນຕ່າງໆ.

ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ, ຖືເອົາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງ; ນອກນີ້, ຍັງໄດ້ນໍາພາກຳລັງສື່ມວນຊົນ ປກສ ເຮັດໜ້າທີ່ເປັນກະບອກສຽງຂອງກຳລັງ ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜົນງານການປະຕິບັດໜ້າທີ່ວຽກງານຂອງກໍາລັງ ປກສ ເປັນຕົ້ນແມ່ນ: ມູນເຊື້ອ ແລະ ຜົນງານຂອງກໍາລັງ ປກສ ຄົບຮອບ 60 ປີ ທັງເປັນເຈົ້າການຕອບຕ້ານຖ້ອຍທໍານອງບິດເບືອນຂອງພວກຄົນບໍ່ດີ ແລະ ສື່ອອນລາຍທີ່ໃສ່ຮ້າຍປ້າຍສີ ພັກ-ລັດຖະບານ ແລະ ເຈົ້າໜ້າທີ່ທຸກພາກສ່ວນ, ຕັ້ງໜ້າສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍວ່າລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ນໍາພາກຳລັງ ປກສ ເຄື່ອນໄຫວສະແດງຮັບໃຊ້ກອງປະຊຸມວັນສໍາຄັນຕ່າງໆ.

ດ້ານວຽກງານກໍ່ສ້າງພັກ-ພະນັກງານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຄະນະພັກແຕ່ລະຂັ້ນ ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ລະບຽບຂອງພັກຢ່າງເຂັ້ມງວດ ໂດຍຖືເອົາການສໍາຫຼວດ, ກວດກາ, ຕີລາຄາແບ່ງປະເພດສະມາຊິກພັກ ແລະ ຮາກຖານພັກ ປະຈໍາປີ 2021 ແລະ ບັນຈຸສັບຊ້ອນ, ຈັດ ວາງພະນັກງານເຂົ້າໃນເຂົ້າໃນຕໍາແໜ່ງງານຂອງບັນດາກົມກອງ-ທ້ອງຖິ່ນ, ຄົ້ນຄວ້າເລື່ອນຊັ້ນ, ດັດຊັ້ນ, ກໍ່ສ້າງ ແລະ ຍົກລະດັບການຮຽນ-ການສອນໃຫ້ກຳລັງປ້ອງກັນຄວາມສະຫງົບ.

ດ້ານວຽກງານປ້ອງກັນກໍາລັງ ໄດ້ຖືເອົາການປ້ອງກັນ ແລະ ສະກັດກັ້ນເປັນຕົ້ນຕໍ ໂດຍເອົາໃຈໃສ່ເກັບກຳສະພາບການເຄື່ອນໄຫວຮອບດ້ານຂອງກຳລັງ, ຕິດຕາມ-ກວດກາພິສູດຫາງສຽງວິພາກ, ວິຈານຂອງສັງຄົມຕໍ່ກຳລັງ ປກສ, ຄຸ້ມຄອງ-ປ້ອງກັນກໍາລັງ ແລະ ກວດກາຊີວະປະຫວັດການພົວພັນສັງຄົມ, ການເຄື່ອນໄຫວດໍາລົງຊີວິດຂອງສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອບໍ່ໃຫ້ຕົກເຂົ້າໃນກົນອຸບາຍຫັນປ່ຽນຂອງຄົນບໍ່ດີ, ເຊິ່ງປີຜ່ານມາ ໄດ້ຮັບຄໍາຮ້ອງຟ້ອງ, ຮ້ອງທຸກ, ຄໍາຂໍຄວາມເປັນທໍາ ແລະ ໃບສະເໜີຕ່າງໆ ຈໍານວນ 339 ເລື່ອງ, ຄົ້ນຄວ້າແກ້ໄຂສໍາເລັດ 305 ເລື່ອງ, ພວມດໍາເນີນ 19 ເລື່ອງ, ມອບໃຫ້ກົມກອງກ່ຽວຂ້ອງແກ້ໄຂ 15 ເລື່ອງ; ນອກຈາກວຽກງານທີ່ກ່າວຂ້າງເທິງແລ້ວ, ກົມໃຫຍ່ການເມືອງ ປກສ ຍັງໄດ້ເຮັດສໍາເລັດວຽກງານວິຊາສະເພາະດ້ານຕ່າງໆ ມີໝາກຜົນສໍາເລັດຕາມລະດັບຄາດໝາຍ.

ພົຕ ວັນທອງ ກອງມະນີ ໄດ້ໂອ້ລົມ  ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໜັກໃຫ້ຍົກສູງຄຸນນະພາບວຽກງານໂຄສະນາເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກໍາລັງ.

ສືບຕໍ່ສ້າງຕາໜ່າງຂ່າວເພື່ອນຮ່ວມງານ ຍູ້ແຮງການຈັດຕັ້ງເຄື່ອນໄຫວວຽກງານສື່ມວນຊົນຕາມຄວາມຮັບຜິດຊອບ ໃນວາລະແຫ່ງຊາດ ວ່າດ້ວຍ ການ ແກ້ໄຂບັນຫາຢາເສບຕິດ ໃຫ້ລວມສູນເປັນລະບົບ; ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງພັກ ໃຫ້ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ; ສຸມໃສ່ກໍານົດກໍ່ສ້າງພະນັກງານສືບທອດປ່ຽນແທນແຕ່ລະຂັ້ນ ໃຫ້ຖືກຕາມເປົ້າໝາຍ; ເອົາໃຈໃສ່ກໍາແໜ້ນສະພາບການຄຸ້ມຄອງ, ຕິດຕາມກວດກາະນັກງານ-ນັກຮົບ, ຄຽງຄູ່ກັບການຄົ້ນຄວ້າ-ປັບປຸງນິຕິກຳທີ່ກ່ຽວຂ້ອງກັບ ລະບອບລະບຽບການກົນໄກປ້ອງກັນ, ກວດກາຄຸ້ມຄອງການປະຕິບັດໜ້າທີ່ຂອງກຳລັງ; ຂຶ້ນແຜນກຳນົດກໍ່ສ້າງ-ບໍາລຸງພະນັກງານກຳລັງປ້ອງກັນຄວາມສະຫງົບ, ປັບປຸງລະບົບໂຮງຮຽນ, ວິທະຍາຄານ ໃຫ້ສອດຄອງກັບສະພາບການໃໝ່ ແລະ ເອົາໃຈໃສ່ປະຕິບັດນະໂຍບາຍ ແລະ ປະກັນສັງຄົມໃຫ້ແທດເໝາະກັບສະພາບຕົວຈິງ.

ນອກຈາກນັ້ນ, ຍັງຕ້ອງເອົາໃຈໃສ່ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ ເພື່ອເປັນກຳລັງແຮງໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ; ເພີ່ມທະວີວຽກງານເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາກົມໃຫຍ່ການເມືອງ ໃນການຄົ້ນຄວ້າ, ວາງແຜນວຽກງານຕ່າງໆ ເປັນຕົ້ນແມ່ນ: ການປັບປຸງກົງຈັກການຈັດຕັ້ງ, ການຄົ້ນຄວ້ານະໂຍບາຍຕ່າງໆຕໍ່ພະນັກງານ-ນັກຮົບ ປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ທັນຕາມກໍານົດເວລາ.