ໃນວັນທີ 26 ມັງກອນ 2022, ຄອບຄົວການນຳຂັ້ນສູງ ຮ່ວມກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຜູ້ໃຈບຸນໄດ້ນຳເອົາເຂົ້າສານ ແລະ ເງິນສົດມອບໃຫ້ຄອບຄົວຜູ້ເສຍອົງຄະຢູ່ສູນເສຍອົງຄະພິເສດ 790 ແລະ ສູນເສຍອົງຄະ 489, ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ພ້ອມດ້ວຍ ທ່ານ ນາງ ສີສະຫຼຽວ ທຳມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ, ມີຫົວໜ້າສູນ, ພະນັກງານອາວຸໂສບຳນານ, ພະນັກງານເສຍອົງຄະ ແລະ ຜູ້ໃຈບຸນເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ ແລະ ເງິນ ລວມມູນຄ່າ 176.720.000 ກີບ. ໃນນີ້, ໄດ້ມອບໃຫ້ສູນເສຍອົງຄະພິເສດ 790 ຈຳນວນ 178 ຄອບຄົວ, ລວມມີເຂົ້າສານ 3.560 ກິໂລກຼາມ ພ້ອມດ້ວຍເງິນ 62.300.000 ກີບ ຕາງໜ້າມອບໂດຍ ທ່ານ ນາງ ນາລີ ສີສຸລິດ, ກ່າວຮັບ ໂດຍ ພັທ ໂອ້ຍ ຄຳປານດາທອງ ຫົວໜ້າສູນເສຍອົງຄະພິເສດ 790 ແລະ ໄດ້ມອບໃຫ້ສູນເສຍອົງຄະ 489 ບ້ານຂຸດສາມບາດ ເມືອງໄຊ ທານີ ຈຳນວນ 236 ຄອບຄົວ, ລວມມີເຂົ້າສານ 4.720 ກິໂລ ກຼາມ ພ້ອມດ້ວຍເງິນ 74.200. 000 ກີບ, ຕາງໜ້າມອບໂດຍທ່ານ ນາງ ນາລີ ສີສຸລິດ ແລະ ກ່າວຮັບ ໂດຍ ພັທ ສາຍແກ້ວ ຈໍຈະເລີນພົນ ຫົວໜ້າສູນເສຍອົງຄະ 489.

ໃນໂອກາດນີ້, ທ່ານຫົວໜ້າສູນ ທັງສອງສູນ ໄດ້ຕາງໜ້າໃຫ້ພະນັກງານ, ພະນັກງານ, ອາວຸໂສບຳນານ ກ່າວສະແດງຄວາມຂອບໃຈທີ່ຄອບຄົວການນໍາຂັ້ນສູງຮ່ວມກັບສູນມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ຜູ້ໃຈບຸນທີ່ ໄດ້ແບ່ງປັນນ້ຳໃຈເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 73 ປີ ໃນຄັ້ງນີ້ ເຊິ່ງສະ ແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອ ເພື່ອແຜ່ຂອງຄອບຄົວການນຳພັກ -ລັດ ແລະ ບັນດາຜູ້ໃຈບຸນທີ່ມີຕໍ່ຄອບ ຄົວພະນັກງານ-ນັກຮົບປະຕິວັດ ໃນເມື່ອກ່ອນທີ່ໄດ້ເສຍສະລະເລືອດເນື້ອເພື່ອປະເທດຊາດ ແລະ ຍັງອວຍພອນໄຊໃຫ້ທ່ານ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງມີຄວາມຈະເລີນກ້າວໜ້າໃນໜ້າທີ່ວຽກງານ.