ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022); ໃນວັນທີ 27 ມັງກອນ 2022, ປາຖະກະຖາ ໂດຍ ພົຈວ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ມີບັນດາຄະນະພັກກົມໃຫຍ່, ກົມ, ວິທະຍາຄານ ແລະ ກົມກອງອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມຮັບຟັງ.

ພົຈວ ຈັນສະແຫວງ ທິບຄູນທອງ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 73 ປີ, ເຊິ່ງເປັນຜົນງານອັນພິລະອາດຫານຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະທີ່ນັກຮົບຮຸ່ນເກົ່າ ໄດ້ດຳເນີນການຕໍ່ສູ້ກູ້ຊາດຕ້ານພວກ ຈັກກະພັດຕ່າງດ້າວທີ່ມາຮຸກຮານ ແລະ ກົດຂີ່ຂູດຮີດຈົນເຮັດໃຫ້ປະຊາຊົນລາວ ມີນ້ຳໃຈຄຽດແຄ້ນບໍ່ຍອມຈຳນົນຕໍ່ພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ດ້ວຍຄວາມທໍລະມານດັ່ງກ່າວ, ຈຶ່ງໄດ້ ສ້າງຕັ້ງກອງທັບປະຊາຊົນລາວ ຂຶ້ນໃນວັນທີ 20 ມັງກອນ 1949, ນັບແຕ່ນັ້ນມາກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນລາວ ນຳພາຕໍ່ສູ້ກູ້ຊາດ ຈົນຍາດມາໄດ້ໄຊຊະນະຢ່າງລຽນຕິດ ສາ ມາດຊີ້ນຳ-ນຳພາປະຊາຊົນລາວບັນດາເຜົ່າປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ສືບຕໍ່ໂຄສະນາ, ສຶກສາອົບຮົມມູນເຊື້ອອັນພິລະອາດຫານທີ່ກອງທັບ ແລະ ປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 73 ປີ ແລະ ເພື່ອເປັນການເຄົາລົບ, ລະນຶກເຖິງຜົນງານອັນປະເສີດທັງເປັນແບບຢ່າງທີ່ດີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາ ວຸດ ແລະ ທົ່ວປວງຊົນລາວທັງຊາດ, ກອງທັບປະຊາຊົນລາວ ໄດ້ອຸທິດຊີວິດ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດເຂົ້າໃນພາລະກິດປົດ ປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ເພື່ອເປັນການປຸກລະດົມເຮັດໃຫ້ພະນັກງານ-ລັດຖະກອນ, ສະມາຊິກ ພັກ ແລະ ປະຊາຊົນທຸກຊັ້ນຄົນມີຈິດໃຈຮັກຊາດຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນອັນຄົບຖ້ວນ, ຮັກລະບອບໃໝ່, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງເພິ່ງຕົນເອງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ທັງເປັນການໂຄສະນາສຶກສາອົບຮົມນໍ້າໃຈປະຕິ ວັດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ກໍຄືບັນດາຜູ້ນໍາຮຸ່ນກ່ອນ ແລະ ພະນັກງານປະຕິວັດ, ຜູ້ທີ່ ໄດ້ເສຍສະລະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີຜົນງານທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດ ປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 73 ປີ.