ກະຊວງ ປກສ ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມຫາລືກ່ຽວກັບການດໍາເນີນຄະດີຢາເສບຕິດລາຍໃຫຍ່ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນວັນທີ 27 ມັງກອນ 2022, ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງ ປກສ ແລະ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປະສານງານຮ່ວມ, ພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໂດຍປະຕິບັດຕາມບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ປກສ ສະບັບ ລົງວັນທີ 8 ທັນວາ 2021, ກອງ ປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະສານສົມທົບດໍາ ເນີນຄະດີອາຍາລະຫວ່າງອົງການ ສືບສວນ-ສອບສວນຂອງເຈົ້າໜ້າ ທີ່ຕໍາຫຼວດ ແລະ ອົງການໄອຍະການປະຊາຊົນໃນໄລຍະຜ່ານມາ.

ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າ, ປຶກສາຫາລືຫາວິທີແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນການປະສານສົມທົບລະຫວ່າງສອງອົງການໃຫ້ໄປໃນທາງທີ່ດີ, ຖືກຕ້ອງ, ເປັນເອກະພາບແນໃສ່ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການດໍາເນີນຄະດີອາຍາ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ, ເພື່ອເຮັດໃຫ້ການດໍາເນີນຄະດີອາຍາໄດ້ດໍາເນີນໄປຢ່າງຖືກຕ້ອງສອດຄ່ອງຕາມຂັ້ນຕອນຂອງກົດໝາຍກໍານົດໄວ້.