ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານ ປີ 2022 ຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈັດຂຶ້ນວັນທີ 20-21 ມັງກອນ 2022 ເປັນປະທານໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມ ມີ ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາ ຊົນແຂວງ, ມີຄະນະກອງບັນຊາການ, ບັນດາຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ ເມຶືອງ, ພະນັກງານ ນໍາພາ-ບັນຊາ ເຂົ້າຮ່ວມ.

ພັທ ຄໍາໝັ້ນ ໄຂທະວີສຸກ ຫົວໜ້າຫ້ອງການກອງບັນຊາການ ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ທິດທາງແຜນ ການວຽກງານຈຸດສຸມປີ 2022, ເຊິ່ງຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ແລະ ຂໍ້ຄົງຄ້າງບາງດ້ານ. ໃນ 1 ປີຜ່ານມາ ຄະນະພັກ, ຄະນະກອງບັນຊາການໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ, ນາຍ ແລະ ພົນຕໍາຫຼວດສຸມໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ 4 ຄາດໝາຍ, 4 ແຜນງານໃຫຍ່, 41 ໂຄງການ ແລະ ບັນດາວຽກງານຈຸດສຸມຂອງກໍາລັງ ປກສ ແຂວງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ ແລະ ການແກ້ໄຂບັນຫາ 4 ເຖື່ອນຂອງແຂວງວາງອອກໄດ້ຮັບຜົນສໍາເລັດ ເຊັ່ນ: ວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງໄດ້ສຸມໃສ່ຕິດຕາມ, ກວດກາ, ແກ້ໄຂການສວຍໃຊ້ສື່ສັງຄົມອອນລາຍຂອງພວກກຸ່ມຄົນບໍ່ດີທີ່ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີແນວທາງຂອງພັກ-ລັດ, ກວດກາ, ຄຸ້ມຄອງ, ຕິດຕາມຄົນຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວວຽກງານຕ່າງໆຢູ່ພາຍໃນ ແຂວງ ມີ 58 ສັນຊາດ ມີ 2.593 ຄົນ ຍິງ 261 ຄົນ, ມີຄົນເຂົ້າ-ອອກເມືອງ 127.366 ຄົນ ຍິງ 3.098 ຄົນ, ພາຫານະເຂົ້າ-ອອກ 86.378 ຖ່ຽວ, ຮັບ-ສົ່ງຜູ້ຖືກຫາກັບຄືນປະເທດ 32 ຄົນ ຍິງ 10 ຄົນ, ຮັບແຮງງານລາວກັບຄືນປະເທດ 1.166 ຄົນ ຍິງ 863 ຄົນ, ວຽກງານປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ ສຸມໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ ທໍ້ທາງສັງຄົມ, ການກໍ່ອາຊະຍາກໍາດ້ານຕ່າງໆຄື: ສາມາດດໍາເນີນ ແລະ ແກ້ໄຂຄະດີອາຍາ, ເສດຖະ ກິດໄດ້ 360 ເລື່ອງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 135 ເລື່ອງ, ກັກຜູ້ຖືກຫາໄດ້ 421 ຄົນ ຍິງ 25 ຄົນ, ຢຶດ ແລະ ເກັບກູ້ຂອງກາງໄດ້ເງິນກີບ 41. 460.000 ກີບ, ເງິນບາດ 100.000 ບາດ, ແຮ່ ທາດ 77.874 ກິໂລກຼາມ, ໄມ້ 10.202 ແມັດ ກ້ອນ, ໄມ້ປະເພດຕ່າງໆ 1.365.042 ກິໂລກຼາມ, ລົດໃຫ່ຍ 12 ຄັນ, ລົດຈັກ 15 ຄັນ, ຜົນເສຍຫາຍມີຄົນເສຍຊີວິດ 6 ຄົນ, ເງິນ 726.627.000 ກີບ, 193,118 ໂດລາ, ຜູ້ຖືກເຄາະຮ້າຍຈາກ ການຄ້າມະນຸດເປັນຍິງ 4 ຄົນ, ລົດຈັກ 25 ຄັນ ແລະ ຊັບສິນອື່ນໆຈໍານວນໜຶ່ງ, ສະກັດກັ້ນ ແລະ ແກ້ໄຂຄະດີຢາເສບຕິດ 280 ເລື່ອງ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 46 ເລື່ອງ, ກັກ ຜູ້ຖືກຫາໄດ້ 369 ຄົນ ຍິງ 29 ຄົນ, ຄົນ ຕ່າງປະເທດ 9 ຄົນ, ຢຶດຂອງກາງຢາບ້າໄດ້ 633 .574 ເມັດ, ເຮໂຣອິນ 600 ແທ່ງ ເທົ່າກັບ 231 ກິໂລກຼາມ, ຢາໄອສ໌ 35 ກິໂລກຼາມ, 51 ຫໍ່ນ້ອຍ, ຝິ່ນ 3 ກິໂລກຼາມ, ກັນຊາແຫ້ງ 4.472 ກິໂລ ກຼາມ, ປືນ 53 ກະບອກ, ລູກປືນ 142 ລູກ, ລົດໃຫ່ຍ 20 ຄັນ, ລົດຈັກ 29 ຄັນ, ອຸບັດຕິ ເຫດເກີດຂຶ້ນ 333 ຄັ້ງ, ເພີ່ມຂຶ້ນ 72 ຄັ້ງ, ພາຫານະເປ່ເພ 604 ຄັນ, ຄົນໄດ້ຮັບບາດເຈັບ 530 ຄົນ, ເສຍຊີວິດ 51 ຄົນ, ອັກຄີໄພເກີດຂຶ້ນ 14 ຄັ້ງ, ເພີ່ມຂຶ້ນ 2 ຄັ້ງ, ຜົນເສຍຫາຍມີເຮືອນ 10 ຫຼັງ, ອາຄານອື່ນໆ 9 ຫຼັງ, ປະເມີນມູນ ຄ່າເສຍຫາຍ 1.353.423.000 ກີບ; ພ້ອມນັ້ນ ຍັງປະຕິບັດນະໂຍບາຍຍ້ອງຍໍ-ເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ຈໍານວນ 262 ສະຫາຍ ຍິງ 55 ສະຫາຍ, ຍ້ອງຍໍຂັ້ນຕ່າງໆ 1.446 ສະຫາຍ, ເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍ, ແຜນງົບປະມານ, ປົກປັກຮັກສາຊັບສິນຕ່າງໆໄດ້ເປັນຢ່າງດີ, ເອົາໃຈໃສ່ຄຸ້ມຄອງນັກໂທດ, ດັດສ້າງ, ຜູ້ບໍາບັດອອກຢາເສບຕິດຖືກຕ້ອງ ຕາມລະບຽບກົດໝາຍ, ຄຸ້ມຄອງ-ຕິດຕາມສໍາມະໂນຄົວຄົນລາວ, ຊາວຕ່າງດ້າວ ແລະ ອອກບັດປະຈໍາຕົວໃຫ້ປະຊາຊົນໄດ້ຖືກຕ້ອງຕາມລະບຽບຫຼັກການ, ປັບປຸງລະບົບການຮຽນ-ການສອນຢ່າງມີຄຸນນະພາບ. ຈາກນັ້ນ, ບັນດາທ່ານຫົວໜ້າຫ້ອງ, ກອງ, ປກສ ເມືອງ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນແລກປ່ຽນສະພາບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆທີ່ພົ້ນເດັ່ນຢູ່ໃນກົມກອງຂອງຕົນພ້ອມຕອບຄໍາຖາມເຈາະຈີ້ມ, ຈາກທ່ານປະທານຕໍ່ທີ່ປະຊຸມ.

ໃນໂອກາດດັ່ງກ່າວຍັງໄດ້ປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ພະນັກງານ-ນັກຮົບ ຈໍານວນ 83 ສະຫາຍ ຍິງ 16 ສະຫາຍ. ໃນນີ້, ຮ້ອຍຕີ ຂຶ້ນ ຮ້ອຍໂທ 5 ສະຫາຍ ຍິງ 1 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 4 ສະຫາຍ ຍິງ 1 ສະຫາຍ, ດັດແປງ ຊັ້ນສິບໂທ ຂຶ້ນຊັ້ນ ຮ້ອຍຕີ 8 ສະຫາຍ ຍິງ 2 ສະຫາຍ, ດັດແປງຊັ້ນ ສິບໂທ ຂຶ້ນຊັ້ນວາທີ 5 ສະຫາຍ ຍິງ 4 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ຊັ້ນ ວາທີ 7 ສະຫາຍ, ສິບໂທ ຂຶ້ນຊັ້ນ ສິບເອກ 54 ສະຫາຍ ຍິງ 8 ສະຫາຍ.