ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ໃຫ້ມີບັນຍາກາດຟົດຟື້ນ, ໃນວັນທີ 14 ມັງກອນ 2022 ກອງພົນທີ 2 ໄດ້ຈັດການແຂ່ງຂັນກິລາຍີງປືນມິດຕະພາບຊີງຂັນປະທານ ປກຊ-ປກສ ແຂວງ ເຂົ້າຮ່ວມໂດຍ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີບັນດາຄະນະພັກ, ຄະນະບັນຊາກອງພົນທີ 2, ກອງບັນຊາການທະຫານແຂວງໄຊຍະບູລີ, ປກສ ແຂວງໄຊຍະບູລີ, ອົງການຈັດຕັ້ງຂັ້ນຕ່າງໆພາຍ ໃນແຂວງ ຕະຫຼອດຮອດອະນຸກຳມະການ ແລະ ນັກກິລາ ເຂົ້າຮ່ວມ.

ການຈັດຕັ້ງແຂ່ງຂັນກິລາຍິງປືນໃນຄັ້ງນີ້ ເພື່ອແນໃສ່ສ້າງຂະບວນການຂໍ່ານັບຮັບຕ້ອນບັນດາວັນສໍາຄັນຕ່າງໆຂອງຊາດ-ຂອງກອງທັບ ເວົ້າລວມ ເວົ້າສະເພາະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ແລະ ກວ້າງຂວາງ, ໃຫ້ພະນັກງານການນໍາໄດ້ທົບທວນການນໍາໃຊ້ອາວຸດໃຫ້ມີຄວາມຊຳນິ, ຊຳນານໃນການປ້ອງກັນຕົວ ແລະ ແກ້ໄຂກໍລະນີສຸກເສີນໃຫ້ປະສິດທິຜົນສູງ ແລະ ເພື່ອຮັກສາຄວາມສາມັກຄີອັນແໜ້ນແຟ້ນ, ເປັນການແລກປ່ຽນບົດຮຽນເຊິ່ງກັນແລະກັນ, ພ້ອມກັນພັດທະນາສີມືຂອງຕົນໃຫ້ດີຂຶ້ນເລື້ອຍໆ.

ການແຂ່ງຂັນໃນຄັ້ງນີ້ແບ່ງອອກເປັນ 2 ປະເພດຄື: ປະເພດປືນກົນມື AK ຍິງເປົ້າຈານເຫຼັກ ແລະ ປະເພດປືສັ້ນ K-59 ຍິງເປົ້າໝາຍຄົງທີ່, ການ ແຂ່ງຂັນໃນຄັ້ງມີນັກກິລາເຂົ້າຮ່ວມທັງໝົດ 9 ທີມ, ເຊິ່ງຜົນການແຂ່ງຂັນບົດປືນກົນມື AK ຍິງເປົ້າຈານເຫຼັກລວມໝູ່ ເພດຊາຍທີ 1 ໄດ້ແກ່ທີມ ກອງພົນທີ 2 , ທີ 2 ທີມນັກລຸລະກິດໜຸ່ມ, ທີ 3 ທີມ ປກສ ແຂວງໄຊຍະບູລີ, ເພດຍິງທີ 1 ທີມກອງບັນຊາການທະຫານແຂວງໄຊຍະບູລີ, ທີ 2 ທີມກອງພົນທີ 2, ທີ 3 ປກສ ແຂວງໄຊຍະບູລີ, ບົດປືນສັ້ນຍິງເປົ້າໝາຍຄົງທີ່ເພດຊາຍ ທີ 1 ກອງພົນທີ 2 , ທີ 2 ກອງພົນທີ 2, ທີ 3 ກອງພົນທີ 2, ເພດຍີງ, ທີ 1 ທີມ ປກສ ແຂວງໄຊຍະບູລີ, ທີ 2 ກອງພົນທີ 2 ແລະ ທີ 3 ກອງພົນທີ 2.