ໃນປີ 2021, ລັດວິສາຫະກິດ ບໍລິການຄວາມປອດໄພ (ລບຄ) ມີລູກຄ້າໃຊ້ບໍລິການ 229 ສັນຍາ ສະເລ່ຍຄ່າບໍລິການບັນລຸ 1.800.000.000 ກີບຕໍ່ເດືອນ ໂດຍລູກຄ້າເກົ່າໄດ້ສ້າງ ແລະ ຕໍ່ສັນຍາບໍລິການໃນປີ 2022 ແລ້ວເກືອບທັງໝົດ.

ລັດວິສາຫະກິດບໍລິການຄວາມປອດໄພ (ລບຄ) ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ໃນວັນທີ 26 ມັງກອນ 2022 ເປັນປະທານໂດຍ ພັທ ວົງຄໍາ ມັງຄະເສີມ ອໍານວຍການ ລບຄ, ໂດຍມີ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກ-ຄະນະອໍານວຍການ, ພະແນກ, ແຂກຮັບເຊີນ ແລະ ພະນັກງານພາຍໃນ ລບຄ ເຂົ້າຮ່ວມ.

ພັທ ຄໍາເຫຼັກ ໄຊຮຸ່ງເຮືອງ ຮອງອໍານວຍການ ລບຄ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໃຫ້ຮູ້ວ່າ: ຄະນະ ພັກ-ຄະນະອໍານວຍການ ພະແນກບໍລິການຄວາມປອດໄພ ໄດ້ເອົາໃຈໃສ່ ຊີ້ນຳບັນຊາ-ຄຸ້ມຄອງວຽກງານຮັກສາຄວາມປອດໄພຢ່າງເປັນປະຈໍາ ໂດຍເລັ່ງໃສ່ປັບປຸງລະບົບການບັນຊາໃຫ້ໜັກແໜ້ນເຂັ້ມແຂງ ເປັນຕົ້ນໄດ້ເສີມຂະຫຍາຍຄວາມເປັນເຈົ້າຂອງຄະນະບັນຊາບັນດາເຂດ-ສູນ ໃຫ້ເອົາໃຈໃສ່ຕໍ່ໜ້າທີ່ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ, ປັບປຸງກຳລັງຮັກສາຄວາມປອດໄພໃຫ້ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນ ນະພາບ, ສາມາດຕອບສະໜອງການຮັກສາຄວາມປອດໄພໄດ້ຕາມສັນຍາກັບລູກຄ້າສາມາດເຮັດໃຫ້ບັນດາຈຸດຍາມ ແລະ ທຸກຮູບແບບການບໍລິການ ຄວາມປອດໄພໃຫ້ແກ່ລູກຄ້າມີຄວາມປອດໄພ; ເຊິ່ງໃນໜຶ່ງປີຜ່ານມາພະນັກງານສາຍກວດໄດ້ເຄື່ອນໄຫວກວດກາຈຸດຍາມທັງໝົດ 2.352 ເທື່ອຄັ້ງ,

ນອກຈາກນັ້ນ, ລບຄ ກໍຍັງໄດ້ເອົາໃຈໃສ່ເຄື່ອນໄຫວເຮັດວຽກງານການຕະຫຼາດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດ, ເຊິ່ງສະແດງອອກດັ່ງນີ້: ປັດຈຸບັນມີລູກຄ້າໃຊ້ບໍລິການ 229 ສັນຍາເພີ່ມຈາກປີຜ່ານມາ 2 ສັນຍາ. ປັດຈຸບັນ, ລູກຄ້າເກົ່າໄດ້ສ້າງ ແລະ ຕໍ່ສັນຍາບໍລິການໃນ ປີ 2022 ແລ້ວ 200 ສັນ ຍາ ແລະ ພວມດຳເນີນການພົບປະເພື່ອສ້າງສັນຍາຮ່ວມກັນຕື່ມ 29 ສັນຍາ ແລະ ກະກຽມສ້າງສັນຍາກັບລູກຄ້າໃໝ່ 5 ສັນຍາ, ກໍາລັງຮັກສາຄວາມ ປອດໄພຕາມສັນຍາປັດຈຸບັນ 1.040 ຄົນ, ຄ່າບໍລິການຕໍ່ ເດືອນສະເລ່ຍບັນລຸໄດ້ 1.800.0 00.000 ກີບ.

ສໍາລັບທິດທາງແຜນການປີ 2022, ຈະສືບຕໍ່ເອົາໃຈໃສ່ຊີ້ນໍາການບັນຊາທຸກເຂດ-ສູນ ໃຫ້ເອົາໃຈໃສ່ບໍລິຫານ-ບັນຊາກຳລັງ ແລະ ການບໍລິການຄວາມປອດໄພໃຫ້ ແກ່ບັນດາລູກຄ້າຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ, ສືບຕໍ່ພັດທະນາກໍາລັງຮັກສາຄວາມປອດໄພໃຫ້ມີຄຸນນະພາບ ທາງດ້ານລະບຽບວິໄນ ແລະ ການປະຕິບັດໜ້າທີ່ຕົວຈິງ ສາມາດຮັບປະກັນໃຫ້ບັນດາປົດຍາມ, ການເຄື່ອນໄຫວປ້ອງກັນວັດຖຸມີຄ່າ ແລະ ການປ້ອງ ກັນງານຕ່າງໆມີຄວາມປອດໄພ 100%, ທັງເປັນການປະກອບສ່ວນເຂົ້າໃນພາລະກິດ ລວມການຮັກສາຄວາມສະຫງົບ-ຄວາມປອດໄພໃນສັງຄົມອີກດ້ວຍ.

ໃນກອງປະຊຸມ, ຍັງໄດ້ມອບໃບຍ້ອງຍໍໃຫ້ພະນັກງານທີ່ປະຕິບັດໜ້າທີ່ດີເດັ່ນ ປະຈໍາປີ 2021 ຈໍານວນ 476 ຄົນ; ໃນນີ້, ປະເພດ I ຈໍານວນ 127 ຄົນ, ປະເພດ II 319 ຄົນ ແລະ ປະເພດ III 30 ຄົນ.