ປີ 2021 ໃນຂອບເຂດທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 5.576 ຄັ້ງ, ພາຫະນະເປ່ເພ 9.910 ຄັນ, ຄົນໄດ້ຮັບບາດເຈັບ 8.388 ຄົນ ແລະ ເສຍຊີວິດທັງໝົດ 831 ຄົນ; ຂະນະທີ່ຢູ່ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ມີອຸບັດຕິເຫດເກີດຂຶ້ນທັງໝົດ 76 ຄັ້ງ ແລະ ເສຍຊີວິດ 4 ຄົນ.

+ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ກ່າວວ່າ:

ພາຍຫຼັງເປີດນຳໃຊ້ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ກໍມີອຸບັດຕິເຫດເກີດຂຶ້ນຢ່າງຕໍ່ເນື່ອງ ສະເພາະປີ 2021 ມີອຸບັດຕິເຫດເກີດຂຶ້ນທັງໝົດ 76 ຄັ້ງ, ສົ່ງຜົນເຮັດໃຫ້ພາຫະນະເປ່ເພເລັກໜ້ອຍ 30 ຄັນ, ສົມຄວນ 53 ຄັນ ແລະ ໃຊ້ການບໍ່ໄດ້ 5 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 33 ຄົນ, ສົມຄວນ 12 ຄົນ, ສາຫັດ 8 ຄົນ ແລະ ເສຍຊີວິດ 4 ຄົນ ຍິງ 1 ຄົນ, ສັດລ້ຽງບາດເຈັບ 1 ໂຕ ແລະ ເສຍຊີວິດ 9 ໂຕ.

ສາເຫດຫຼັກໆທີ່ພາໃຫ້ເກີດອຸບັດຕິເຫດຢູ່ເສັ້ນທາງດ່ວນ ແມ່ນເກີດຈາກການໃຊ້ຄວາມໄວເກີນຂອບເຂດ, ຂັບຂີ່ລົດດ້ວຍຄວາມປະໝາດ ແລະ ຂາດສະຕິ; ນອກນີ້, ຍັງເກີດຈາກເກີດຈາກສັດປະເພດງົວ, ຄວາຍ, ແບ້ ທີ່ເລັດລອດເຂົ້າມາຍ່າງຢູ່ເສັ້ນທາງດ່ວນ ສົ່ງຜົນເຮັດໃຫ້ເກີດອຸບັດຕິເຫດ.

ຈາກອຸບັດຕິເຫດທີ່ເກີດຂຶ້ນນັ້ນ ເກີດຈາກການໃຊ້ຄວາມໄວເກີນກໍານົດ ເກີດຂຶ້ນ 39 ຄັ້ງ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ເກີດຂຶ້ນ 12 ຄັ້ງ, ບໍ່ຮັກສາໄລຍະ ຫ່າງ ເກີດຂຶ້ນ 17 ຄັ້ງ ແລະ ສາເຫດອື່ນໆ 8 ຄັ້ງ.

ສໍາລັບວັນທີທີ່ມັກເກີດແມ່ນ ວັນສຸກ-ວັນອາທິດ ເກີດຂຶ້ນ 49 ຄັ້ງ ແລະ ວັນຈັນ-ພະຫັດ ເກີດຂຶ້ນ 27 ຄັ້ງ; ສ່ວນເວລາທີ່ເກີດເຫດ ກາງຄືນ ເກີດຂຶ້ນ 44 ຄັ້ງ ແລະ ກາງເວັນ ເກີດຂຶ້ນ 32 ຄັ້ງ.

ມີພາຫະນະຮ່ວມເກີດດັ່ງນີ້: ລົດຍົນເສຍຫຼັກຕໍາຮົ້ວ ເກີດຂຶ້ນ 27 ຄັ້ງ ເສຍຊີວິດ 1 ຄົນ, ລົດຍົນຕໍາລົດຍົນ ເກີດຂຶ້ນ 16 ຄັ້ງ ເສຍຊີວິດ 1 ຄົນ, ລົດຍົນຕໍາຫົວມຸມ ເກີດຂຶ້ນ 8 ຄັ້ງ, ລົດຍົນເສຍຫຼັກລົງຂ້າງທາງ ເກີດຂຶ້ນ 8 ຄັ້ງ, ລົດຍົນຕໍາສັດລ້ຽງ ເກີດຂຶ້ນ 6 ຄັ້ງ ເສຍຊີວິດ 2 ຄົນ ຍິງ 1 ຄົນ ແລະ ກໍລະນີອື່ນໆ 8 ຄັ້ງ.

ຄູ່ກໍລະນີຕົກລົງກັນໄດ້ 57 ເລື່ອງ, ສົ່ງພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສືບຕໍ່ດຳເນີນ 2 ເລື່ອງ, ປກສ ເມືອງນາຊາຍທອງ 4 ເລື່ອງ, ສົ່ງພະແນກຕໍາຫຼວດຈະລາຈອນ ແຂວງວຽງຈັນ ສືບຕໍ່ດໍາເນີນ 3 ເລື່ອງ, ປກສ ເມືອງຫີນເຫີບ 6 ເລື່ອງ, ປກສ ເມືອງໂພນໂຮງ 3 ເລື່ອງ, ປກສ ເມືອງວັງວຽງ 1 ເລື່ອງ.

ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປະຈໍາຢູ່ເສັ້ນທາງດ່ວນ ກ່າວຕື່ມວ່າ: ບັນຫາລົດຕໍາສັດລ້ຽງຢູ່ເສັ້ນທາງດ່ວນ ແມ່ນຍັງເກີດຂຶ້ນຢູ່ ແລະ ເປັນບັນຫາທີ່ເຈົ້າໜ້າທີ່ແກ້ໄຂໄດ້ຍາກຫຼາຍ; ເມື່ອອຸບັດຕິເຫດເກີດຂຶ້ນມີປະຊາຊົນເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອຊອກຫາຜູ້ມາຮັບຜິດຊອບ ແຕ່ກໍບໍ່ສາມາດຊອກຫາໄດ້ ຍ້ອນເຈົ້າຂອງເສັ້ນທາງດ່ວນບໍ່ຮັບຜິດຊອບ ແລະ ຖິ້ມໃຫ້ເຈົ້າຂອງສັດເປັນຝ່າຍຮັບຜິດຊອບ ເຮັດໃຫ້ຜູ້ເກີດອຸບັດຕິເຫດເຮັດໄດ້ພຽງໄລ່ຈັບເອົາສັດທີ່ຕໍາໄປຂາຍ ເພື່ອນຳເງິນມາແປງລົດເທົ່ານັ້ນ.

ແນວໃດກໍຕາມ, ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດຕິເຫດຢູ່ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຜູ້ຂັບຂີ່ຄວນປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນ ບໍ່ຄວນຂັບຂີ່ໄວເກີນກຳນົດ, ບໍ່ຄວນດື່ມສິ່ງມຶນເມົາ, ຕ້ອງຮັກສາໄລຍະຫ່າງ ແລະ ທີ່ສໍາຄັນຕ້ອງໃຫ້ກຽດເຊິ່ງກັນແລະກັນ.