ໃນທ້າຍອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂ, ປະດັບຊັ້ນໂດຍ ພັທ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ໂຮງຮຽນ, ກອງພັນປ້ອງກັນເຄື່ອນທີ່, ປກສ ເມືອງ, ນະຄອນ ແລະ ພະນັກງານ-ນັກຮົບ ເຂົ້າຮວ່ມ.

ໃນພິທີ, ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຂໍ້ຕົກລົງຂອງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 22 ສະຫາຍ ຍິງ 2 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 23 ສະຫາຍ ຍິງ 7 ສະຫາຍ
  • ສິບເອກ ຂຶ້ນ ວາທີ 2 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 64 ສະຫາຍ ຍິງ 14 ສະຫາຍ

ພັທ ສຸກພະຈັນ ສີລາເພັດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີສະຕິຕໍ່ການປະຕິບັດລະບຽບວິໄນຂອງກຳລັງຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມຮູ້-ຄວາມສາມາດ, ສ້າງໃຫ້ເປັນພະນັກງານທີ່ຫ້າວຫັນ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານການເມືອງ, ມີຄວາມສາມັກຄີຮັກແພງເຊິ່ງກັນແລະກັນ, ດຳລົງຊີວິດດ້ວຍຄວາມປອດໃສຂາວສະອາດ, ປະຕິບັດກົດລະບຽບຂອງກຳລັງ, ກົດໝາຍຂອງລັດຢ່າງເຄັ່ງຄັດ ແລະ ຕ້ານທຸກປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ຫຼຸດໜ້ອຍຖອຍລົງ.