ຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປກສ ໄດ້ ເອົາໃຈໃສ່ເພີ່ມທະວີວຽກງານກຳມະບານ ຕິດພັນກັບວຽກງານວິຊາສະເພາະຫັນເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງຮັບປະ ກັນບໍ່ໃຫ້ມີ ສະມາຊິກກຳມະບານອ່ອນ ສາມາດສ້າງສະມາຊິກກຳມະບານເຂັ້ມແຂງໄດ້ 90,55%.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກຳມະບານ ປີ 2021 ແລະ ວາງທິດທາງແຜນການ ປີ 2022, ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2022, ເປັນປະທານໂດຍ ພັອ ວັນນະເລດ ບຸດຕະວົງ ຄະນະບໍລິຫານງານສູນກາງສະຫະພັັນ ກຳມະບານລາວ, ປະທານກຳມະບານກະຊວງ ປກສ, ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ມີບັນດາຄະນະພັກ-ຄະນະບັນຊາ, ກຳມະບານ ລປພ-ລບຄ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ພົມມາ ທອງດາວັນ ຮອງປະທານກຳມະບານກະຊວງ ປກສ ກ່າວວ່າ: ໃນໄລຍະຜ່ານມາ, ຄະນະບໍລິຫານງານ ສະຫະພັນກໍາມະບານ ໄດ້ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ (ເປັນເຈົ້າການຝຶກຝົນຫຼ່ໍຫຼອມທາງດ້ານການເມືອງ-ແນວ ຄິດ, ເປັນເຈົ້າການປະຕິບັດກົດ ໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ) ຂອງສູນກາງສະຫະພັນກຳມະບານລາວ ແລະ 8 ຂໍ້ແຂ່ງຂັນຂອງຄະນະ ບໍລິຫານງານສະຫະ ພັນກຳມະບານ ກະຊວງປ້ອງກັນຄວາມສະຫງົບ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍບາດກ້າວ ແລະ ວິທີຈັດຕັ້ງປະຕິບັດໃຫ້ທົ່ວເຖິງ, ເລິກເຊິ່ງ ແລະ ຕິດແທດຕົວຈິງ. ຜ່ານຂະບວນການແຂ່ງຂັນດັ່ງກ່າວ, ມີສະມາຊິກກຳມະບານທັງໝົດ 923 ສະຫາຍ ຍິງ 348 ສະຫາຍ ສາມາດຈັດແບ່ງປະເພດສະມາຊິກກໍາມະບານເຂັ້ມແຂງ 90,55%, ບໍ່ໄດ້ຈັດປະເພດ 102 ສະຫາຍ ຍິງ 35 ສະຫາຍ, ເຫດຜົນແມ່ນຍ້ອນຍົກຍ້າຍມາໃໝ່ ແລະ ເຂົ້າເປັນສະມາຊິກກຳມະບານໃໝ່ ແລະ ມີໜ່ວຍກຳມະບານ 5 ເປັນເຈົ້າ 45 ໜ່ວຍ.

ໃນຕໍ່ໜ້າ, ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງ ປກສ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງກໍາມະບານລາວ ແລະ 8 ຂະບວນການແຂ່ງຂັນຂອງຄະນະບໍລິຫານງານສະຫະພັນກຳມະບານ ກະຊວງ ປກສ ຕິດພັນກັບການກໍ່ສ້າງໜ່ວຍພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ກາຍເປັນຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ປະຕິບັດໃຫ້ໄດ້ຄາດໝາຍສູ້ຊົນ, ເປັນສະມາຊິກກຳມະບານ 5 ເປັນເຈົ້າ, ໜ່ວຍກຳມະບານ 5 ເປັນເຈົ້າ ແລະ ເປັນສະຫະພັນກຳມະບານ 5 ເປັນເຈົ້າໃນທຸກໆປີ. ພ້ອມກັນນັ້ນ, ກໍຕ້ອງສະກັດກັ້ນບໍ່ໃຫ້ມີສະມາຊິກກຳມະບານອ່ອນ.