ໃນວັນທີ 28 ມັງກອນ 2022, ສະຫະພັນກຳມະບານ ກະຊວງ ປກສ ໄດ້ເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 66 ປີ ( 1 ກຸມພາ 1956 – 1 ກຸມພາ 2022 ) ທີ່ສູນສະຫະພັນກໍາມະບບານລາວ, ນຳພາໂດຍ ພັທ ຊະນະ ລັດຕະນະສີທິບ ຮອງປະທານສະຫະພັນກໍາມະບານ ກະຊວງ ປກສ, ເຊິ່ງມີຜູ້ເຂົ້າຮ່ວມຈາກສະຫະພັນກໍາມະບານ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ ແລະ ຮາກຖານກໍາມະບານເຂົ້າຮ່ວມ ຈໍານວນ 390 ທ່ານ.

ພັທ ຊະນະ ລັດຕະນະສີທິບ ຮອງປະທານສະຫະພັນກຳມະບານ ກະຊວງ ປກສ ກ່າວວ່າ: ການບໍລິຈາກເລືອດໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຕໍ່ກັບຄົນເຈັບທີ່ກຳລັງຕ້ອງການເລືອດ ໂດຍສະເພາະຜູ້ທີ່ກຳລັງໄດ້ຮັບການປິ່ນປົວຢູ່ຕາມໂຮງໝໍຕ່າງໆ ທີ່ຕ້ອງການເລືອດເປັນປະຈຳ. ນອກນັ້ນ ກໍເພື່ອເປັນການປຸກລະດົມພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ.

ທ່ານຮອງປະທານສະຫະພັນກຳມະບານ ກະຊວງ ປກສ ຍັງໃຫ້ຮູ້ອີກວ່າ: ເລືອດກໍແມ່ນສ່ວນປະກອບໜຶ່ງຂອງໃນກາຍຄົນເຮົາທີ່ບໍ່ສາມາດໃຊ້ເຄື່ອງຈັກຜະລິດໄດ້ ແລະ ເລືອດກໍຈຳເປັນທີ່ສຸດຂອງຄົນເຮົາ, ການໃຫ້ເລືອດກໍຄືການໃຫ້ຊີວິດ, ປັດຈຸບັນ ສະພາບການຂອງໂລກໄດ້ມີການປ່ຽນແປງໄປຢ່າງສັບສົນ, ພະຍາດ, ໂລກລະບາດອັນຮ້າຍແຮງໃໝ່ເກີດຂຶ້ນເລື້ອຍໆ ໂດຍສະເພາະພະຍາດໂຄວິດ 19 ໄດ້ສ້າງຜົນກະທົບອັນຮ້າຍແຮງຕໍ່ເສດຖະ ກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ການເພີ່ມຂຶ້ນຂອງພະຫະນະໃນປັດຈຸບັນກໍຫຼາຍຂຶ້ນ ເຮັດໃຫ້ການສັນຈອນມີຄວາມສັບສົນ, ອຸບັດຕິເຫດຕາມທ້ອງຖະໜົນກໍເພີ່ມຂຶ້ນເຊັ່ນກັນ ເພື່ອເປັນການກຽມຄວາມພ້ອມໃນການຕໍ່ສູ້ຕ້ານກັບພະຍາດໂລກລະບາດຕ່າງໆ ກໍຄືການກອບກູ້ຊີວິດຂອງປະຊາຊົນລາວບັນດາເຜົ່າ.

ດັ່ງນັ້ນ; ສະຫະພັນກຳມະບານ ກະຊວງ ປກສ ຂໍເປັນອີກພາກສ່ວນໜຶ່ງທີ່ປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອສັງຄົມບໍ່ຫຼາຍກໍໜ້ອຍ; ພ້ອມນັ້ນ ທ່ານຍັງໄດ້ຝາກເຖິງຜູ້ທີ່ກຳລັງປິ່ນປົວຢູ່ໂຮງໝໍ ໃຫ້ມີສຸຂະພາບແຂງແຮງ ແລະ ຫາຍດີຈາກພະຍາດໂດຍໄວ.