ວັນທີ 26 ມັງກອນ 2022, ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດກອງ ປະຊຸມເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ, ເປັນປະທານ ແລະ ເຜີຍແຜ່ໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອໍານວຍການ ວຕປ, ມີຫົວໜ້າ ຫ້ອງ, ພະແນກ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ພົຈວ ວົງເຊໂດນ ພັນທະແກ້ວ ກ່າວວ່າ: ເອກະສານທີ່ນໍາມາເຜີຍ ແຜ່ໃນຄັ້ງນີ້ ປະກອບມີເອກະສານເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະ ຫງ່າຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບ ແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດໃນໄລຍະໃໝ່ ແລະ ເອກະສານຈັນຍາທໍາ-ຈັນຍາບັນ ຂອງນາຍ ແລະ ພົນຕໍາຫຼວດ; ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນ ຕໍາຫຼວດທົ່ວວິທະຍາຄານໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນໄດ້ຄວາມຈໍາເປັນພາວະວິໄສທີ່ຈະຕ້ອງເອົາໃຈໃສ່ໃນການຝຶກຝົນຫຼ່ໍຫຼອມຄຸນສົມ ບັດສິນທໍາປະຕິວັດໃຫ້ກາຍເປັນກໍາລັງທີ່ແຂ່ງແກ່ນ, ມີຄວາມຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ ແລະ ມີນໍ້າໃຈຮັກຊາດ ກໍຄືປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງທີ່ຕົນຮັບຜິດຊອບ ແລະ ບັນລຸຈຸດໝາຍໄດ້ຢ່າງໜັກແໜ້ນ.

ໃນວັນດຽວກັນ, ວິທະຍາຄານຕໍາຫຼວດປະຊາຊົນ ຍັງໄດ້ຈັດກອງປະຊຸມເອກະພາບຫົວຂໍ້ຫຼັກ ແລະ ຫົວຂໍ້ຍ່ອຍທີ່ຕິດພັນກັບສະ ຖາບັນ ໂດຍການເປັນປະທານຮ່ວມຈາກຄະນະຮັບຜິດຊອບຂອງ 4 ສະຖາບັນການສຶກສາ ແລະ ອະນຸກໍາມະການເຂົ້າຮ່ວມ, ເຊິ່ງກອງປະຊຸມດັ່ງກ່າວ ກໍເພື່ອສ້າງແຜນສໍາມະນາ, ຈັດແບ່ງໜ້າວຽກໃນການປັບປຸງເນື້ອໃນບົດວິທະຍາສາດໃຫ້ ຮັດກຸມ ແລະ ມີພາວະວິໄສຢ່າງກົງໄປ-ກົງມາ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 61 ປີ ທີ່ຈະມາເຖິງນີ້ໃຫ້ເປັນຂະບວນຟົດຟື້ນ.