ໃນວັນທີ 24 ມັງກອນ 2022, ເວລາປະມານ 11:00 ໂມງ ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ສົມທົບ ປກສ ກຸ່ມ 6 ໄດ້ແກ້ໄຂຈຸດມົ້ວສຸມຢາເສບຕິດຢູ່ບ້ານສົມສະຫງ່າ ສາມາດຈັບຕົວໄດ້ທັງໝົດ 5 ຄົນ. ໃນນັ້ນ, ມີຜູ້ຄ້າຂາຍ 1 ຄົນ ຊື່: ທ້າວ ສົມສັກ ອາຍຸ 48 ປີ, ພັກເຊົາຢູ່ບ້ານສົມສະຫງ່າ ພ້ອມຂອງກາງຢາບ້າ 360 ເມັດ, ໂທລະສັບ 1 ເຄື່ອງ.

ທ້າວ ສົມສັກ ອາຍຸ 48 ປີ (ຜູ້ຂາຍຢາບ້າ)

ສ່ວນຜູ້ມົ້ວສຸມແມ່ນໄດ້ສຶກສາອົບຮົມມອບໃຫ້ຜູ້ປົກຄອງກັບໄປສຶກສາອົບຮົມຕື່ມ. ສໍາລັບ ທ້າວ ສົມສັກ ຜູ້ຄ້າຂາຍຢາເສບຕິດ ແມ່ນໄດ້ນຳສົ່ງໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນຫຼວງວຽງຈັນ ດຳເນີນການສືບສວນ-ສອບສວນຂະຫຍາຍຜົນຕໍ່.